ຫວຽດນາມ ເປັນປະທານຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 18

(VOVWORLD) - ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການລວມ (JCC) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອິນເດຍ ໄດ້ດຳເນີນໃນວັນທີ 22 ມິຖຸນາ ຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ.
ຫວຽດນາມ ເປັນປະທານຮ່ວມກອງປະຊຸມ	ຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 18 - ảnh 1ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ (ພາບ: TTXVN)

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນາມ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ ແລະ ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ອາຊຽນ Suresh.K.Reddy ພ້ອມດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າບັນດາປະເທດ ອາຊຽນ.

         2 ຝ່າຍໄດ້ເຫັນດີເປັນເອກະສັນໃນປີ 2018, ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຮັກສາການປະຕິບັດ, ຮັບປະກັນການຜັນຂະຫຍາຍບັນດາການກະທຳທີ່ຍັງເຫຼືອຂອງໂຄງການດຳເນີນງານ ອາຊຽນ - ອິນເດຍ 2016 – 2020 ຢ່າງມີປະສິດທິຜົນ.

        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ອິນເດຍ ຕີລາຄາສູງ ຫວຽດນາມ ດ້ວຍບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018 ໄດ້ຍົກອອກບັນດາຂໍ້ລິເລີ່ມແທດຈິງ ເພື່ອຊຸກຍູ້ການຮ່ວມມື, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສຳຄັນ ເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອິນເດຍ ໃນປີ 2017, ປະກອບສ່ວນຍົກສູງການພົວພັນ ອາຊຽນ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ