ຫວຽດນາມ ເປັນປະເທດ ສະໜອງເກີບໜັງໃຫຍ່ອັນດັບ 2 ຢູ່ອາເມລິກາ

ຫວຽ​ດນາມ ເປັນ​ປະ​ເທດ​​ສະໜອງ​ເກີບ​ໜັງ​ໃຫຍ່​ອັນ​ດັບ 2 ຢູ່​ອາ​ເມ​ລິ​ກາ. ຕາມ​ສະຫະ​ສະມາຄົມ​ເກີບ​ໜັງ ຫວຽ​ດນາມ ​ແລ້ວ, ວົງ​​ເງິນ​ສົ່ງ​ອອກ​ເກີບ​ໜັງ​ໄປຍັງ​ອາ​ເມ​ລິ​ກາ​ໃນປີ 2011 ອາດ​ຈະ​ບັນລຸ​ໄດ້ 1 ຕື້ 7 ຮ້ອຍ 50 ລ້ານ USD, ​ເພີ່ມ​ຂື້ນ 35% ​ເມື່ອ​ທຽບ​ກັບ​ປີ 2010, ນຳ ຫວຽ​ດນາມ ກ່າຍ​ເປັນ​ປະ​ເທດຢືນ​ອັນດັບ 2 ຖັດຈາກ ຈີນ​​ໃນ​ການສະໜອງ​​ເກີບ​ໜັງ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ. ອັດຕາສ່ວນເກີບ​ໜັງຂອງ ຫວຽ​ດນາມ ໃນ​ວົງ​ເງິນ​ນຳ​ເຂົ້າ​ເກີບ​ໜັງ​ຂອງ​ອາ​ເມ​ລິ​ກາ​ເພີ່ມ​ຂື້ນ 8% ​ເມືອ​ທຽບ​ກັບ​ລະດັບ 6% ຂອງ​ປີ 2010 .
ຂ່າວ/ບົດ​ອື່ນ