ຫວຽດນາມ ເປັນເຈົ້າການຢ່າງສິ້ນເຊິ່ງໃນບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ

(VOVWORLD) - ຄາດວ່າ ສົ່ງອອກເຂົ້າສານໄດ້ 4,83 ລ້ານໂຕນ, ບັນລຸມູນຄ່າ 2,58 ຕື້ USD, ປະລິມານສົ່ງອອກເພີ່ມຂຶ້ນ 18,7% ແລະ ມູນຄ່າເພີ່ມຂຶ້ນ 29,6% ເມື່ອທຽບໃສ່ໄລຍະດຽວກັນ.
ຫວຽດນາມ ເປັນເຈົ້າການຢ່າງສິ້ນເຊິ່ງໃນບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ - ảnh 1(ກອງປະຊຸມຜັນຂະຫຍາຍວຽກງານບໍລິຫານການສົ່ງອອກເຂົ້າສານ)

        ຕອນເຊົ້າວັນທີ 04 ສິງຫາ, ຢູ່ ເກິນເທີ, ໄດ້ໄຂກອງປະຊຸມຜັນຂະຫຍາຍວຽກງານບໍລິຫານການສົ່ງອອກເຂົ້າສານ. ກອງປະຊຸມໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ເປັນເຈົ້າພາບ, ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຄະນະກຳມະການປະຊາຊົນນະຄອນ ເກິນເທີ ຈັດຕັ້ງ.

        ຕາມການຄາດຄະເນຂອງອົງການລະຫວ່າງກະຊວງ, ໄລ່ຮອດທ້າຍເດືອນ ກໍລະກົດ ຜ່ານມາ, ຄາດວ່າ ສົ່ງອອກເຂົ້າສານໄດ້ 4,83 ລ້ານໂຕນ, ບັນລຸມູນຄ່າ 2,58 ຕື້ USD, ປະລິມານສົ່ງອອກເພີ່ມຂຶ້ນ 18,7% ແລະ ມູນຄ່າເພີ່ມຂຶ້ນ 29,6% ເມື່ອທຽບໃສ່ໄລຍະດຽວກັນ. ຕາມສະຫະສະມາຄົມທັນຍາຫານ ຫວຽດນາມ ແລ້ວ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະ 10 ປີຜ່ານມາ. ປະຈຸບັນ, ຫວຽດນາມ ຢືນອັນດັບທີ 2 ໃນການສົ່ງອອກເຂົ້າສານຖັດຈາກ ອິນເດຍ. ຫວ່າງມໍ່ໆມານີ້, ພາຍຫຼັງປະມານ 2 ອາທິດທີ່ ອິນເດຍ ຫ້າມສົ່ງອອກເຂົ້າສານ (ແຕ່ວັນທີ 20 ກໍລະກົດ), ລາຄາເຂົ້າສານຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຮົ່ງຢຽນ, ຊີ້ແຈ້ງວ່າ:

“ລາຄາສົ່ງອອກເຂົ້າສານບາງຊະໜິດໄດ້ສ້າງລະດັບສະຖິຕິໃນໄລຍະ 11 ປີຜ່ານມາ ແລະ ລາຄາເຂົ້າເປຶອກເປັນສິນຄ້າຂອງປະຊາຊົນກໍ່ສູງຂຶ້ນ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກໍ່ຊີ້ນຳຢ່າງຕັ້ງໜ້າ ແລະ ບັນດາທ້ອງຖິ່ນກໍ່ມານະພະຍາຍາມ, ໂດຍສະເພາະແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີເນື້ອທີ່ປະມານ 700.000 ເຮັກຕາ, ເພີ່ມຂຶ້ນ 50.000 ເຮັກຕາ ເມື່ອທຽບໃສ່ປີ 2022, ຄາດວ່າ ປະລິມານຜະລິດເຂົ້າສານຈະບັນລຸກວ່າ 43 ລ້ານໂຕນ. ໃນເງື່ອນໄຂປົກກະຕິ ກັບການຄາດຄະເນໃນຕໍ່ໜ້ານີ້, ພາຍຫຼັງທີ່ໄດ້ຄ້ຳປະກັນດ້ານສະບຽງອາຫານແລ້ວ, ອາດຈະສົ່ງອອກສະບຽງອາຫານໄດ້ແຕ່ 7,5 ຫາ 8 ລ້ານໂຕນ.”

ກະຊວງອຸດສາຫະກຳການຄ້າຢືນຢັນວ່າ, ຍາມໃດກໍ່ໄດ້ຕິດຕາມສະພາບການຜັນປ່ຽນຂອງຕະຫຼາດຢ່າງໃກ້ຊິດ; ນຳໃຊ້ກາລະໂອກາດເພື່ອເປີດກວ້າງຕະຫຼາດ, ຢັ້ງຢືນເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ໃນຕະຫຼາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ