ຫວຽດນາມ ເປັນເຈົ້າການສ້າງ ແລະ ແນະນຳຮ່າງມະຕິ IAEA ທີ່ ສປຊ ຊຸດທີ 68

ຫວຽດນາມ ເປັນເຈົ້າການສ້າງ ແລະ ແນະນຳຮ່າງມະຕິ IAEA ທີ່ ສປຊ ຊຸດທີ 68 - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ປະຈຳ​ຫວຽດນາມ ຢູ່​ສປຊ ​ເລ​ຮ່ວາຍ​ຈູງ)

(vovworld) - ​ ​ໃນ​ລະຫວ່າງ​ວັນ​ທີ 05 – 05 ພະຈິກ, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ (ສປຊ) ທີ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະມັດຊາ​ໃຫຍ່ສປຊ ​ໄດ້​ໂຮມ​ປະຊຸມ​ເພື່ອ​ພິຈາລະນາ​ຮ່າງ​ມະຕິ​ຂອງ​ສະມັດ​ສາ​ໃຫຍ່​ຊຸດ​ທີ 68 ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA). ຫວຽດນາມ ດ້ວຍ​ຖານະ​ເປັນ​ປະທານ​ສະພາ​ຜູ້​ວ່າການ IAEA ອາຍຸ​ການ 2013 – 2014 ​ໄດ້​ເປັນ​ເຈົ້າ​ການ​ສ້າງ ​ແລະ ​​ແນະນຳ​ຮ່າງ​ມະຕິທີ່​ກອງ​ປະຊຸມ​ປີ 2013 ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ແນະນຳ​ຮ່າງ​ມະຕິທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ປະຈຳ​ຫວຽດນາມ ຢູ່​ສປຊ ​ເລ​ຮ່ວາຍ​ຈູງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ IAEA ​ໃນ​ປີຜ່ານມາ​ຢູ່​ທຸກ​ຂົງ​ເຂດ. ​ແລະ​ກໍ່ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ​ເລ​ຮ່ວາຍ​ຈູງ ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ IAEA ​ໄດ້​ປະກອບສ່ວນ​​ເປັນ​ໃຈກາງ​ໃນ​ການ​ໜູນ​ຊ່ວຍ, ພັດທະນາ ​ແລະ ນຳ​ໃຊ້​ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ​ເພື່ອ​ຈຸດໝາຍ​ສັນຕິພາບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ ກໍ່​ຄື​ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ.

        ສິ້ນ​ສຸດ​ວາລະ​ປະຊຸມ​ຄົບ​ຄະນະ, ​ສະມັດ​ຊາ​ໃຫຍ່​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ຮ່າງ​ມະຕິ​ກ່ຽວ​ກັບ​ບົດ​ບາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ IAEA ​ໂດຍ​ຫວຽດນາມ ​ແນະນຳ.

ຂ່າວ/ບົດ​ອື່ນ