ຫວຽດນາມ ເປັນເຈົ້າພາບຈັດງານແຂ່ງຂັນເຕັນນິສ ສາກົນ Davis Cup 2018

(VOVWORLD) - ມີ 9 ທິມຊາດເຂົ້າຮ່ວມການແຂ່ງຂັນຊິງລາງວັນເຊິ່ງລວມມີ: ຫວຽດນາມ, ກຳປູເຈຍ, ຈໍແດນ, ຄູເວດ, ມາເລເຊຍ...

ຫວຽດນາມ ເປັນເຈົ້າພາບຈັດງານແຂ່ງຂັນເຕັນນິສ ສາກົນ Davis Cup 2018 - ảnh 1

 ບັນດານັກກິລາ ເຕັນນິສ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນປີນີ້

(ພາບ: Thethaovietnam.vn)

ງານແຂ່ງຂັນ ເຕັນນິສ ສາກົນ Davis Cup 2018 ກຸ່ມ III ພາກພື້ນ ອາຊີ - ປາຊີຟິກ ໄດ້ຈັດຂຶ້ນແຕ່ວັນທີ 2 – 7 ເມສາ 2018 ຢູ່ເດີນກິລາໃນຮົ່ມແລ່ນລານ ໝີ້ດີ່ງ, ນະຄອນຫຼວງ ຮ່າໂນ້ຍ. ມີ 9 ທິມຊາດເຂົ້າຮ່ວມການແຂ່ງຂັນຊິງລາງວັນເຊິ່ງລວມມີ: ຫວຽດນາມ, ກຳປູເຈຍ, ຈໍແດນ, ຄູເວດ, ມາເລເຊຍ, ທະວີບໂອເຊອາເນຍ (Pacific Oceania), ກາຕາ, ຊາຣັບບີ ອາອຸດິ ແລະ ຊີຣີ.

        ການແຂ່ງຂັນນີ້ຈະໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບກິລາ ທີວີ/ ຂ່າວ ກິລາ HD, ຊອບແວ VTVcab ON ແລະ ຊ່ອງ youtube VTF media.

ຕອບກັບ

ຂ່າວ/ບົດ​ອື່ນ