ຫວຽດ​ນາມ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ ແລະ ງານ​ວາງ​ສະ​ແດງ​ດີ​ຈີ​ຕອນ ໂລ​ກ 2020

(VOVWORLD) - ການເຄື່ອນໄຫວຈຸດສຸມຂອງເຫດການນີ້ ຈະແມ່ນກອງປະຊຸມສຳມະນາ ກ່ຽວກັບຫົວຂໍ້ສະເພາະ (Forum Sessions) ໂດຍ ITU ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນປະທານຮ່ວມ.

ກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ 2020 (ITU Digital world 2020) - ແມ່ນເຫດການປະຈຳປີຂອງ ສະຫະພັນໂທລະຄົມມະນາຄົມ ສາກົນ ITU ເຊິ່ງຈະດຳເນີນໃນວັນທີ 20 – 22 ຕຸລາ 2020, ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນທາງອອນລາຍ, ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ໄປຄຽງຄູ່ກັບ ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກ ITU ແລະ ງານວາງສະແດງໂລກ ດີຈີຕອນ, ການເຄື່ອນໄຫວຈຸດສຸມຂອງເຫດການນີ້ ຈະແມ່ນກອງປະຊຸມສຳມະນາ ກ່ຽວກັບຫົວຂໍ້ສະເພາະ (Forum Sessions) ໂດຍ ITU ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນປະທານຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ