ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ແມ່​​ນ້ຳຂອງ ແບບ​ເຊິ່ງ​ໜ້າ ປີ 2022

(VOVWORLD) -ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022 ແຕ່ວັນທີ 9 – 14 ຕຸລາ ແບບເຊິ່ງໜ້າ ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່… ເດັດດ່ຽວຟື້ນຟູການທ່ອງທ່ຽວ”. 
ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ແມ່​​ນ້ຳຂອງ ແບບ​ເຊິ່ງ​ໜ້າ ປີ 2022 - ảnh 1ເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022  ຈະດຳເນີນຢູ່ເຂດພັກຜ່ອນບຳລຸງສຸຂະພາບ ນາມໂຮ້ຍອານ (Hoiana), ແຂວງ ກວ໋າງນາມ (ພາບ: VOV)

ຕາມແຫຼ່ງຂ່າວຈາກກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃນວັນທີ 12 ສິງຫາ ໃຫ້ຮູ້ວ່າ ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ 2022 ແຕ່ວັນທີ 9 – 14 ຕຸລາ ແບບເຊິ່ງໜ້າ ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່… ເດັດດ່ຽວຟື້ນຟູການທ່ອງທ່ຽວ”. ນີ້ຈະແມ່ນເຫດການພົບປະໂດຍກົງຈາກ 6 ແຫ່ງຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທຳອິດນັບແຕ່ປີ 2019 ມານີ້. ເຫດການດັ່ງກ່າວ ຈະດຳເນີນຢູ່ເຂດພັກຜ່ອນບຳລຸງສຸຂະພາບ ນາມໂຮ້ຍອານ (Hoiana), ແຂວງ ກວ໋າງນາມ, ເຊິ່ງແມ່ນເຫດການພົບປະແລກປ່ຽນຄັ້ງທຳອິດທີ່ເຕົ້າໂຮມການນຳ, ນັກຊ່ຽວຊານໃນດ້ານທ່ອງທ່ຽວທັງພາກລັດ ແລະ ເອກະຊົນ ໃນອະນຸພາກພື້ນແມ່ນ້ຳຂອງ ພາຍຫຼັງທີ່ຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19. ການຈັດເວທີປາໄສການທ່ອງທ່ຽວແມ່ນ້ຳຂອງ ປີ 2022 ແມ່ນເພື່ອແນໃສ່ສ້າງຂະແໜງທ່ອງທ່ຽວຄືນໃໝ່, ປ່ຽນໃໝ່ຂົງເຂດນີ້ ມຸ່ງໄປເຖິງຊຸກຍູ້ການເຄື່ອນໄຫວຕົວຈິງ ແລະ ສ້າງຂະແໜງທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮອບດ້ານ, ຍືນຍົງ ແລະ ປະສົບຜົນສຳເລັດກວ່າ. ເວທີປາໄສດັ່ງກ່າວກໍຈະເຕື້ອງເຖິງທ່າອ່ຽງຢ່າງໃຫຍ່ຫຼວງທີ່ສົ່ງຜົນສະທ້ອນຕໍ່ການຟື້ນຟູຂອງຂະແໜງທ່ອງທ່ຽວ. ໃນຂອບເຂດຂອງເວທີປາໄສ, ຍັງມີງານວາງສະແດງການທ່ອງທ່ຽວແບບຍືນຍົງຂອງ ຫວຽດນາມ ແລະ ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ແນໃສ່ວາງສະແດງ, ໂຄສະນາເຜີຍແຜ່ ແລະ ແນະນຳຜະລິດຕະພັນ, ການບໍລິການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ວົງຄະນະຍາດ ແລະ ສ້າງຜົນກະທົບຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ