ຫວຽດນາມ ເພີ່ມ 9 ຂັ້ນໃນຕາຕະລາງຈັດອັນດັບເປີດເຜີຍ, ໂປ່ງໄສງົບປະມານແຫ່ງລັດ

(VOVWORLD) -ນີ້ແມ່ນ
ຂໍ້ມູນຂ່າວທີ່ເປັນໜ້າສົນໃຈ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນກ
ານເພີ່ມທະວີການເປີດເຜີຍງົບປະມານແຫ່ງລັດ.
ຫວຽດນາມ ເພີ່ມ 9 ຂັ້ນໃນຕາຕະລາງຈັດອັນດັບເປີດເຜີຍ, ໂປ່ງໄສງົບປະມານແຫ່ງລັດ - ảnh 1(ພາບປະກອບ: TTXVN)

ໃນຕາຕະລາງເປີດເຜີຍງົບປະມານຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 9 ຂັ້ນເມື່ອທຽບໃສ່ການສຳຫຼວດຄັ້ງກ່ອນ, ຢືນອັນດັບທີ 68 ໃນຈຳນວນ 120 ປະເທດໄດ້ຮັບຕີລາຄາ. ນີ້ແມ່ນຂໍ້ມູນຂ່າວທີ່ເປັນໜ້າສົນໃຈ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເພີ່ມທະວີການເປີດເຜີຍງົບປະມານແຫ່ງລັດ.

        ຕາມໝາກຜົນການສຳຫຼວດງົບປະມານເປີດທົ່ວໂລກປີ 2021, ເອີ້ນຫຍໍ້ວ່າ OBS-2021, ເຊິ່ງອົງການຮ່ວມມືງົບປະມານສາກົນປະກາດຫວ່າງມໍ່ໆມານີ້, ຕົວເລກເປີດເຜີຍງົບປະມານແຫ່ງລັດຂອງ ຫວຽດນາມ ສືບຕໍ່ໄດ້ດັດປັບເມື່ອທຽບໃສ່ການຕີຄາຄັ້ງກ່ອນ. ໝາກຜົນການຈັດອັນດັບຂອງ OBS-2021 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢືນຢູ່ອັນດັບທີ 68 ໃນຈຳນວນ 120 ປະເທດທີ່ໄດ້ຮັບການຕີລາຄາ, ເພີ່ມຂຶ້ນ 9 ຂັ້ນເມື່ອທຽບໃສ່ປີ 2019 ແລະ 23 ຂັ້ນເມື່ອທຽບໃສ່ປີ 2017.

        ໝາກຜົນການຈັດອັນດັບຂອງ OBS-2021 ກໍ່ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເພີ່ມທະວີການເປີດເຜີຍງົບປະມານ.

ຕອບກັບ

ຂ່າວ/ບົດ​ອື່ນ