ຫວຽດນາມ ເພີ່ມທະວີ ການຮ່ວມມືກ່ຽວກັບສິ່ງແວດລ້ອມກັບລາຊະອານາຈັກອັງກິດ

ຫວຽດນາມ ເພີ່ມທະວີ ການຮ່ວມມືກ່ຽວກັບສິ່ງແວດລ້ອມກັບລາຊະອານາຈັກອັງກິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕ້ອນຮັບລັດຖະມົນຕີ​
ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ກັບສ່ິງ​ແວດ​ລ້ອມ, ສະ​ບຽນ​ອາຫານ, ຊົນນະບົດ​ແຫ່ງ​ລາຊະ​ອານາຈັກ​ອັງກິດ
(ພາບ: chinhphu.vn)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 28/04, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ Lord, De Mauley, ລັດຖະມົນຕີ​ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ກັບສ່ິງ​ແວດ​ລ້ອມ, ສະ​ບຽນ​ອາຫານ, ຊົນນະບົດ​ແຫ່ງ​ລາຊະ​ອານາຈັກ​ອັງກິດ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຫວຽ​ດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ການ​ຄ້າລະຫວ່າງ​ຫວຽດນາມ - ລາຊະ​ອານາຈັກ​ອັງກິດ ​ໃນ​ໄລຍະ​ຜ່ານ​ມາມີ​ບັນດາ​ບາດ​ກ້າວພັດທະນາ​ຢ່າງ​ຕັ້ງໜ້າ. 2 ປະ​ເທດ​ບັນລຸ​ໄດ້​ຄາດ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​​ໃຫ້​ໃຫ້​ໄດ້ 4 ຕື້ USD ​ໃນ​ປີ 2013 ​ແລະ ພະຍາຍາມ​ບັນ​ລຸ​ຄາດໝາຍ FDI ຂອງ​ອັງກິດ​ຂຶ້ນ​ເຖິງ 3 ຕື້ USD. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ປາດ​ຖະໜາ​ວ່າ ລັດຖະບານ​ອັງກິດ ສືບ​ຕໍ່​ຮຽກຮ້ອງ​ແຫຼ່ງ​ການເງິນ​ຈາກບັນດາ​ມະຫາ​ວິທະຍາ​ໄລ, ວິ​ສາ​ຫະກິດ​ຂອງ​ອັງກິດ ​​​ເພື່ອ​ຊ່ວຍ​ເຫຼືອ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ບົດບາດ ​ແລະ ຂໍ້​ລິ​ເລີ່​ມຂອງ​ອັງກິດໃນ​ການອະນຸລັກ​ຮັກສາ ​ແລະ ຕ້ານ​ການ​ຄ້າຂາຍສັດ​ປ່າຢ່າງຜິດ​ກົດໝາຍ.

ຂ່າວ/ບົດ​ອື່ນ