ຫວຽດນາມ ເພີ່ມທະວີ ການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ແລະ ໂຄສະນາການທ່ອງທ່ຽວຢູ່ Scotland

ຫວຽດນາມ ເພີ່ມທະວີ ການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ແລະ ໂຄສະນາການທ່ອງທ່ຽວຢູ່ Scotland - ảnh 1
(ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽ​ດນາມ ບຸ​ຍ​ແທງ​ເຊີນ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 08 – 09/06, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽ​ດນາມ ບຸ​ຍ​ແທງ​ເຊີນ ​​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Scotland, ​ແຫ່ງ​ລາຊະ​ອານາຈັກ​ອັງກິດ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ການ​ຕ່າງປະ​ເທດ Scotland, Hyslop Fiona. ທີ່​ການ​ພົບ​ປະກັບທ່ານ​ນາງ​ລັດຖະມົນຕີ Hyslop Fiona, ທ່ານ​ຮອງ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​​ຢືນຢັນ​ວ່າ​ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ, ​ໃນ​ນັ້ນ​ມີ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ກັບສາກົນຂອງ​ຫວຽດນາມ. ທ່ານ​ຮອງ​ລັດຖະມົນຕີ ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ Scotland ສົ່ງ​ເສີມ​ບັນດາ​ວິ​ສາຫະກິດ Scotland ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດ​​ເຊິ່ງບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ​ເຊິ່ງຫວຽດນາມ ​ໄດ້​ລົງ​ນາມ ​ແລະ ພວມ​ເຈລະຈານຳ​ມາ​​ໃຫ້, ພິ​ເສດ​ແມ່ນ​ສັນຍາ FTA ຫວຽດນາມ - EU. ທ່ານ​ນາງ​ລັດຖະມົນຕີ Hyslop Fiona ຢືນຢັນ​ການ​ສະໜັບສະໜູນ​ວິ​ສາ​ຫະກິດ Scotland ຍາດ​ແຍ່ງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອັງກິດ ​ເພື່ອ​ເພີ່ມ​ທະວີ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທ່ານ​ນາງ ກໍ່​ໃຫ້​ຮູ້​ວ່າ ຈະ​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ, ການທ່ອງທ່ຽວ​ລະຫວ່າງ​ Scotland ​ແລະ ຫວຽດນາມ ກວ່າ​ອີກ.

        ທີ່​ການ​ໂຄສະນາ​ກ່ຽວ​ກັບ​ຫວຽດນາມ ດ້ວຍ​ຫົວ​ຂໍ້ “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອັງກິດ: ກາລະ​ໂອກາດ​ຮ່ວມ​ມື​ກັບ Scotland”, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ເນັ້ນ​ໜັກ​ເຖິງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ພວມ​ພັດທະນາອັນດີງາມ​ລະຫວ່າງ​ອັງກິດ - ຫວຽດນາມ ຄື​ການ​ເງິນ, ທະນາຄານ, ການ​ສຶກສາ… ​ແລະ ປາດ​ຖະໜາ​ຢາກ​ມີການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ Scotland ​ໃນ​ຂົງ​ເຂດ​ດັ່ງກ່າວກວ່າ​ອີກ. ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາ​ນະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ຢືນຢັນ​ວ່າ, ຫວຽດນາມ ​ໄດ້​ເດີນ​ຕາມ​ບັນດາ​ມາດ​ຕະການ​ສັນຕິພາບ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ແລະ ຂອບ​ໃຈ​ລາ​ສະ​ອານາຈັກ​ອັງກິດ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບ​ສະ​ໜູ​ນຫຼັກ​ໝັ້ນລວມ​ຂອງ EU ​​ເພື່ອຮຽກຮ້ອງ​ຍຸດ​ຕິການກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ທີ່​ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ​ເຂົ້າ​ລົບ​ກົດໝາຍ​ສາກົນ ​ແລະ ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ເພື່ອ​ແກ້​ໄຂ​ບັນຫາ​ນີ້.

ຂ່າວ/ບົດ​ອື່ນ