ຫວຽດນາມ ເພີ່ມທະວີການ ພົວພັນຮ່ວມມືກັບ 3 ປະເທດຢູ່ເຂດ ອາເມລິກາລາຕີນ ແລະ ກາຣີເບ

ຫວຽດນາມ ເພີ່ມທະວີການ ພົວພັນຮ່ວມມືກັບ 3 ປະເທດຢູ່ເຂດ ອາເມລິກາລາຕີນ ແລະ ກາຣີເບ - ảnh 1
(ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມຫງອກ)


(vovworld) –  ​ແຕ່​ວັນ​ທີ 04 – 12/05, ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມຫງອກ ​ໄດ້​ໄປ​ຢ້ຽມຢາມ ສ.​ເວ​ເນ​ຊູ​ເອລາ, ສ.​ໂກ​ລົມ​​ໂບ ​ແລະ ສ.​ໂດ​ມີ​ກາ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ມິດຕະພາບ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບ 3 ປະ​ເທດອາ​ເມ​ລິ​ກາ​ລາຕີ​ນ ​ແລະ ກາຣີ​ເບ. ທີ່ສ.​ເວ​ເນ​ຊູ​ເອລາ, ດ້ວຍ​ຖານະ​ເປັນ​ທູດ​ພິ​ເສດ​ຂອງ​ນາຍົກ​ລັດຖະມົນຕີ, ທ່ານຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມຫງອກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ສະພາ​ລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ນ້ຳມັນ ​ແລະ ບໍ່​ແຮ່ Rafael Ramirez ​ແລະ ທ່ານ​ຮອງ​ປະທານ​ສະພາ​ລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ Elias Jaua. ທີ່​ການ​ພົບ​ປະ, ການ​ນຳ​ຂັ້ນ​ສູງ ເວ​ເນ​ຊູ​ເອລາ ຢືນຢັນ​ວ່າ ລັດຖະບານເວ​ເນ​ຊູ​ເອລາ ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ສືບ​ຕໍ່ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ໂຄງການ​ຮ່ວມ​ມືລະຫວ່າງ 2 ຝ່າຍ. ທີ່ໂກ​ລົມ​​ໂບ ​ແລະ ສ.​ໂດ​ມີ​ກາ, ທ່ານຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມຫງອກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​​ເລຂາທິການ​ໃຫຍ່​ພັກຂະ​ບວນການ​ຝ່າຍຊ້າຍ​ເອກະ​ພາບ (MIU), ລັດຖະມົນຕີ​ນະ​ໂຍບາຍ​ເຊື່ອມ​ໂຍງ​ພາກ​ພື້ນ​ສ.ໂດ​ມີ​ກາ Miguel Mejia; ດຳ​ເນີນ​ບັນດາ​ວາລະ​ປຶກສາ​ຫລື​ດ້ານ​ການ​ເມືອງ​ກັບ​ບັນດາ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ພົບ​ປະ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງການ​ຮັບຜິດຊອບ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ກະສິກຳ… ຂອງ 2 ປະ​ເທດ. ພົບ​ປະ​ກັບ​ການ​ນຳ​ພັກ MIU, ພັກ​ກອມ​ມູນິດ ​ແລ​ະ ພັກ​ແຮງ​ງານໂດ​ມີ​ກາ… ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ ຄວນ​ເພີ່ມ​ທະວີ​ບັນດາ​ໂຄງການ​ຈຸດ​ສຸມ​​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ສະ​ມາດ​ບົ່ມ​ຊ້ອນ​ລະຫວ່າງ 2 ປະ​ເທດ.

          ກ່ຽວ​ຂ້ອງ​ເຖິງ​ບັນດາ​ການ​ຜັນ​ແປ​ຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ ​ແລະ ບັນດາ​ອົງການ​ມີ​ສ່ວນ​ກ່ຽວຂ້ອງ​ຂອງ 3 ປະ​ເທດ ລ້ວຍ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັ່ງ​ວົນ​ອັນ​ເລິກ​ເຊິ່ງຕໍ່​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງສາກົນ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິວິທີ, ບໍ່​ໃຊ້​ຄວາມຮຸນ​ແຮງ ຫຼື​ນາບ​ຂູ່​ນຳ​ໃຊ້​ອາວຸດ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ໃນ​ນັ້ນ​ມີສົນທິສັນຍາ​ກົດໝາຍທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ