ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ລາວ ໃນຫຼາຍ​ຂົງ​ເຂດ

(VOVWORLD) -ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ທ່ານ ເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.
ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ລາວ ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ ຕ້ອນຮັບທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ

ໃນການຕ້ອນຮັບ, ທ່ານເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງສອງປະທານປະເທດຫວຽດນາມ-ລາວ ໃນເດືອນມິຖຸນາ ແລະ ສິງຫາ 2021 ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ລວມທັງການເຂົ້າມາສະແດງຄວາມຊົມເຊີຍຂອງ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ກ່ຽວກັບການຂະຫຍາຍຕົວ ດ້ານການພົວພັນຮ່ວມມືເສດຖະກິດ-ການຄ້າຂອງສອງປະເທດ ໂດຍສະເພາະແມ່ນໄລຍະ 6 ເດືອນຕົ້ນປີ 2021 ໃນມູນຄ່າການຄ້າສອງສົ້ນສາມາດບັນລຸໄດ້ 56%.

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດ ນາມ ໃນຕົ້ນປີ 2021 ທີ່ຜ່ານມາ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດໃນໂອກາດນີ້, ທ່ານກໍໄດ້ຮັບເລືອກເປັນກຳມະການກົມການເມືອງສູນກາງພັກ ແລະ ໄດ້ຮັບການສັບຊ້ອນໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະເສດຖະກິດສູນກາງ ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ທ່ານ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານ ຄະນະເສດຖະກິດສູນກາງຈະສືບຕໍ່ເຮັດສຳເລັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະໃຫ້ແກ່ກົມການເມືອງ, ເລຂາທິການສູນກາງ ໂດຍກົງ ແລະ ເປັນປະຈໍາ ໃນການສ້າງ ແລະ ກຳນົດແນວທາງ, ມາດຕະການຕ່າງໆ ທາງດ້ານເສດຖະກິດ - ສັງຄົມກໍຄືຈະປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ 2021-2025 ກໍຄືວິໄສທັດຮອດປີ 2030 ແລະ 2045.

ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງກັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບທີ 4 ນີ້ ຕາມຄໍາຂວັນທີ່ວ່າ “ຕ້ານພະຍາດກໍຄືຕ້ານສັດຕູ” ເຮັດໃຫ້ປັດຈຸບັນຫວຽດນາມສາມາດຄວບຄຸມການລະບາດໃນຮອບ 4 ນີ້ໄດ້ຢ່າງມີໄຊ ຊຶ່ງປະສົບການ ແລະ ຜົນສໍາເລັດດັ່ງກ່າວໄດ້ກາຍ ເປັນບົດຮຽນທີ່ດີໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ ທີ່ພວມລະບາດຢູ່ ສປປ ລາວ ເຊັ່ນດຽວກັນ.

ຈາກນັ້ນ ທ່ານເອກອັກຄະລັດຖະທູດທູດ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຂອງພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໃນສະໄໝການປະຕິບັດສອງໜ້າທີ່ຍຸດທະສາດເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄືປັດຈຸບັນ, ເຖິງຢູ່ຫວຽດນາມເອງກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍເພາະຕ້ອງຮັບມືກັບເຊື້ອພະຍາດເຊັ່ນດຽວກັນ ແຕ່ກໍຍັງໄດ້ບິແບ່ງການຊ່ວຍເຫຼືອຢ່າງທັນການທັງດ້ານວັດຖຸເງິນຄໍາ, ຄະນະຊ່ຽວຊານ ແລະ ອຸປະກອນການແພດຂອງ ສສ ຫວຽດນາມ ໄປຊ່ວຍ ສປປ ລາວ ຊຶ່ງເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ລາວມີປະສິດທິຜົນຂຶ້ນ.

ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ເສດຖະກິດການຄ້າລະຫວ່າງສອງປະເທດ ເປັນຕົ້ນ ການລົງທຶນທາງດ້ານການປູກຝັງ, ລ້ຽງສັດ ຢູ່ ສປປ ລາວ, ສະພາບການຄ້າ ແລະ ການສົ່ງອອກລະຫວ່າງສອງປະເທດຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ຂ່າວ, ພາບ: ໂອລຳ - ນັກຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ