ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນ, ຕ້ານຢາເສບຕິດກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ

(VOVWORLD) - ວັນທີ 15 ພະຈິກ, ທີ່ ບາງກອກ, ປະເທດ ໄທ, ໄດ້ດຳເນີນກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດສະມາຊິກໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນ, ຕ້ານຢາເສບຕິດເຂດອະນຸພາກພື້ນແມ່ນ້ຳຂອງປີ 1993.
ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນ, ຕ້ານຢາເສບຕິດກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ທີ່ກອງປະຊຸມ, ຕາງໜ້າຄະນະຜູ້ແທນ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ເລກີ໊ວເວືອງ ໄດ້ມີບົດກ່າວຄຳເຫັນອັນສຳຄັນ ແບ່ງປັນຂໍ້ມູນຂ່າວສານ, ສະພາບການ ແລະ ຄວາມມານະພະຍາຍາມໃນວຽກງານປ້ອງກັນ, ຕ້ານຢາເສບຕິດຢູ່ ຫວຽດນາມ ແລະ ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ ເນັ້ນໜັກວ່າ ບັນດາປະເທດສະມາຊິກສືບຕໍ່ປັບປຸງ ແລະ ຍູ້ແຮງການປະຕິບັດບັນດາເນື້ອໃນໃນກົນໄກການຮ່ວມມື 2 ຝ່າຍ, ຫລາຍຝ່າຍໃນປັດຈຸບັນກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມບາງກອກ ກ່ຽວກັບບັນຫາຢາເສບຕິດ ແລະ ຮັບຮອງເອົາ “ແຜນການກະທຳອະນຸພາກພື້ນຄັ້ງທີ XI” ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງບັນດາປະເທດຢູ່ອະນຸພາກພື້ນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນຫາຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ