ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) - ທ່ານ Yudo Margono ຜູ້ບັນຊາການກອງທັບແຫ່ງຊາດ ອິນໂດເນເຊຍຈະສະໜັບສະໜູນເລື່ອງສອງຝ່າຍເຫັນດີເປັນເອກະພາບໃນການເຊັ່ນຂໍ້ຕົກລົງລາດຕະເວນຮ່ວມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບເຮືອສອງປະເທດ
ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ທ່ານພົນໂທ ຫງວຽນເຕິນເກືອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ພົບປະກັບທ່ານ Yudo Margono ຜູ້ບັນຊາການກອງທັບແຫ່ງຊາດ ອິນໂດເນເຊຍ

ຢູ່ນອກກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດ ອາຊຽນ ຄັ້ງທີ 20 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 – 8 ມິຖຸນາ 2023 ຢູ່ບາລີ, ປະເທດ ອິນໂດເນເຊຍ, ທ່ານພົນໂທ ຫງວຽນເຕິນເກືອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ມີການພົບປະສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນບັນດາປະເທດ.

ທີ່ການພົບປະກັບທ່ານ Yudo Margono ຜູ້ບັນຊາການກອງທັບແຫ່ງຊາດ ອິນໂດເນເຊຍ, ທ່ານພົນໂທ ຫງວຽນເຕິນເກືອງ ຫວັງວ່າທ່ານ  Yudo Margono ຈະສະໜັບສະໜູນເລື່ອງສອງຝ່າຍເຫັນດີເປັນເອກະພາບໃນການເຊັ່ນຂໍ້ຕົກລົງລາດຕະເວນຮ່ວມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບເຮືອສອງປະເທດ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາເກີດຂຶ້ນແບບບັງເອີນຢູ່ທະເລ, ສະເໜີໃຫ້ບັນດາອົງການປະຕິບັດກົດໝາຍຢູ່ທະເລຂອງສອງປະເທດແກ້ໄຂແບບມະນຸດສະມຳບັນດາກໍລະນີລະເມີດ, ບົນພື້ນຖານການພົວພັນມິດຕະພາບຂອງສອງປະເທດ.

ທີ່ການພົບປະກັບທ່ານພົນໂຕ ຄຳລຽງ ອຸທະໄກສອນ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທ່ານພົນໂທ ຫງວຽນເຕິນເກືອງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮັບຜິດຊອບ ແລະ ບົດຮຽນທີ່ມີຢູ່ແລ້ວ, ລາວຈະປະຕິບັດສຳເລັດບົດບາດ, ຄວາມຮັບຜິດຊອບຂອງຕົນໃນຖານະເປັນປະທານ ອາຊຽນ 2024 ກໍ່ຄືກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດ ອາຊຽນ ຄັ້ງທີ 21, ຢັ້ງຢືນວ່າ ຫວຽດນາມ ເວົ້າລວມ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະຈະຮ່ວມມືຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອກອງທັບລາວ

ຢູ່ການພົບປະກັບທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ກອງທັບ ກຳປູເຈຍ, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບູລິມະສິດໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນກັບ ກຳປູເຈຍຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ