ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ

(VOVWORLD) - ຕອນຄ່ຳວັນທີ 20 ສິງຫາ, ຢູ່ນະຄອນ ກວ໋າງງາຍ (ແຂວງ ກວາງງາຍ), ໄດ້ດຳເນີນພິທີໄຂ ໂຄງການຄູ່ຮ່ວມມືປາຊີຟິກ ແລະ ໂຄງການເທພະບຸດປາຊີຟິກ, ໂດຍ ຫວຽດນາມ ແລະ ບາງຄູ່ຮ່ວມມືສາກົນສົມທົບກັນຈັດຂຶ້ນ.
ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ - ảnh 1ທ່ານ ຫວໍຟຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງງາຍ ກ່າວຄຳເຫັນທີ່ພິທີໄຂ (ພາບ:VOV)

ໂຄງການຄູ່ຮ່ວມມືປາຊີຟິກ ແລະ ໂຄງການເທພະບຸດປາຊີຟິກ (PP & PA) ພ້ອມກັນຈັດຢູ່ ຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມສາມາດຮັບມືກັບທຳມະຊາດ ແລະ ຊຸກຍູ້ການຮ່ວມມືສາກົນ. ໃນໄລຍະຢູ່ ກວ໋າງງາຍ, ໂຄງການດັ່ງກ່າວຄາດວ່າຈະດຳເນີນປະມານ 60 ກິດຈະກຳ ໃນ 5 ກຸ່ມຂົງເຂດ, ລວມມີ: ສື່ມວນຊົນ, ສາທາລະນະສຸກ, ຊ່ວຍເຫຼືອມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດ, ການພົບປະແລກປ່ຽນກັບວົງຄະນະຍາດ… ບັນດາກິດຈະກຳໄດ້ດຳເນີນແຕ່ວັນທີ 20 ສິງຫາ ຫາວັນທີ 30 ສິງຫາ. ມີຜູ້ເຂົ້າຮ່ວມປະມານ 200 ຄົນ, ເຊິ່ງລວມມີບັນດາພະນັກງານທີ່ມາຈາກກຳລັງປ້ອງກັນຊາດ ອົດສະຕາລີ, ອັງກິດ, ຈີເລ, ຍີ່ປຸ່ນ ແລະ ບັນດາສະມາຊິກຂຶ້ນກັບກຳລັງປະກອບອາວຸດ ອາເມລິກາ.

        ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານນາງ Susan Burns, ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ໂຄງການ PP & PA ເນັ້ນໜັກເຖິງນ້ຳໃຈຖານເພື່ອນມິດທີ່ຍືນຍົງ ທີ່ໄດ້ຊຸກຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽນາມ ໃນການຮັບມືກັບໄພພິບັດ, ດ້ານສາທາລະນະສຸກ ແລະ ການສຶກສາ. ຕາມທ່ານພົນໂທ Daniel Keeler, ຫົວໜ້າຜູ້ບັນຊາການໂຄງການ PP & PA ແລ້ວ, ໃນຂອບເຂດຂອງໂຄງການ, ບັນດານັກຊ່ຽວຊານດ້ານສາທາລະນະສຸກບັນດາປະເທດ ຈະດຳເນີນການແລກປ່ຽນ ແລະ ຝຶກຊ້ອມຢູ່ໂຮງໝໍ ແລະ ສູນສາທາລະນະສຸກແຫ່ງຕ່າງໆຢູ່ ກວ໋າງງາຍ. ນອກຈາກນັ້ນ, ບັນດານັກຊ່ຽວຊານ ອາເມລິກາ ແລະ ຫວຽດນາມ ກໍຈະມີການປຶກສາຫາລື ກ່ຽວກັບການປ້ອງກັນ, ຕ້ານໄຟໄໝ້ປ່າ, ດິນເຊາະເຈື່ອນແຄມຝັ່ງທະເລ ແລະ ຄຸ້ມຄອງໄພທຳມະຊາດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ