ຫວຽດນາມ ​ເພີ່ມ​ທະວີ​ວຽກງານ​ປ້ອງ​ກັນ, ຕ້້ານໂລກລະບາດ​ອັກ​ເສບ​ປອດ​ຍ້ອນ​ເຊື້ອ​ໄວຣັດສາຍ​ພັນ​ໃໝ່ ​ໂຄ​ໂຣນາ ກໍ່​ຂຶ້ນ

(VOVWORLD) -   ໄລ່ຮອດວັນທີ 22 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຖືກຕິດພະຍາດອັກເສບປອດຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ເທື່ອ ແຕ່ຄວາມສ່ຽງຈະລະບາດເຂົ້າຫວຽດນາມແມ່ນສູງທີ່ສຸດ, ໂດຍຜ່ານທາງແຂກທ່ອງທ່ຽວ, ຊາວຜູ້ອອກແຮງງານກັບເມືອປະເທດຈາກນະຄອນ ອູຄານ ແລະ ເຂດມີໂລກລະບາດ ໃນແຕ່ລະມື້ແມ່ນຫຼາຍທີ່ສຸດ.
ຫວຽດນາມ ​ເພີ່ມ​ທະວີ​ວຽກງານ​ປ້ອງ​ກັນ, ຕ້້ານໂລກລະບາດ​ອັກ​ເສບ​ປອດ​ຍ້ອນ​ເຊື້ອ​ໄວຣັດສາຍ​ພັນ​ໃໝ່ ​ໂຄ​ໂຣນາ ກໍ່​ຂຶ້ນ - ảnh 1ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ລົງກວດການວຽກງານຕິດຕາມກວດກາພະຍາດອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ຢູ່ສະໜາມບິນສາກົນ ໂນ້ຍບາຍ

        ເພື່ອເປັນເຈົ້າການໃນການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນໂລກລະບາດ ເຂົ້າຫວຽດນາມນັ້ນ, ວັນທີ 22 ມັງກອນ 2020, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດໃຊ້ຄໍາສັ່ງກ່ຽວກັບການເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ. ບັນດາຫົວໜ່ວຍສາທາລະນະສຸກ ໄດ້ເພີ່ມທະວີການຕິດຕາມກວດກາໂລກລະບາດຢູ່ດ່ານຊາຍແດນ, ພິເສດ ແມ່ນບັນດາດ່ານຊາຍແດນທີ່ຕິດກັບ ຈີນ;. ບັນດາຮາກຖານສາທາລະນະສຸກ ກໍໄດ້ດໍາເນີນການຕິດຕາມກວດກາຢ່າງແໜ້ນແຟ້ນ ດ້ວຍເຄື່ອງວັດອູນຫະພູມຮ່າງກາຍແຕ່ທາງໄກ ແລະ ສັງເກດອາການສຸຂະພາບຂອງຜູ້ໂດຍສານທີ່ເຂົ້າເມືອງຈາກນະຄອນ ອູຄານ, ແຂວງ ຫູ໊ໄບ໋ ປະເທດຈີນ ແລະ ບັນດາເຂດທີ່ຕິດເຊື້ອໄວຣັດດັ່ງກ່າວ. ທ່ານໝໍ ຫງວຽນແທງເຈື່ອງ ຫົວໜ້າພະແນກແຜນການສັງລວມ, ໂຮງໝໍ ພະຍາດເຂດຮ້ອນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

        “ທາງໂຮງໝໍໄດ້ກຽມພ້ອມທາງດ້ານອຸປະກອນການແພດ. ກ່ຽວກັບດ້ານຊັບພະຍາກອນມະນຸດກໍ່ຢູ່ໃນທ່າກຽມພ້ອມປະຈໍາການຕະຫຼອດ 24 ຊົ່ວໂມງ. ນອກຈາກນັ້ນ, ທາງໂຮງໝໍກໍໄດ້ສ້າງຕັ້ງຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດອັກເສບປອດຍ້ອນເຊື້ອໄວຣັດສາຍພັນໃໝ່ນີ້ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ