ຫວຽດ​ນາມ - ເມັກ​ຊີ​ໂກ ເປັນເອ​ກະ​ພາບ​ກັນ​ກ່ຽວ​ກັບ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) -    ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ Carmen Moreno Toscano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນ ເມັກຊີໂກ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27 – 29 ມີນາ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ.
ຫວຽດ​ນາມ - ເມັກ​ຊີ​ໂກ ເປັນເອ​ກະ​ພາບ​ກັນ​ກ່ຽວ​ກັບ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: ກວາງຮວ່າ)

ທີ່ການຕ້ອນຮັບທ່ານນາງ Carmen Moreno Toscano, ວັນທີ 28 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາວ່າຢາກເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມລະຫວ່າງສອງປະເທດເລິກເຊິ່ງກວ່າ, ມຸ່ງໄປເຖິງການສ້າງຕັ້ງກອບການພົວພັນຄູ່ຮ່ວມມືຢ່າງເໝາະສົມກັບສອງປະເທດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີສະເໜີໃຫ້ສອງຝ່າຍ ສືບຕໍ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ; ພ້ອມດຽວກັນນັ້ນ, ສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບສະຫະພັນປາຊີຟິກ (AP) ແລະ ລະຫວ່າງ ເມັກຊີໂກ ກັບ ອາຊຽນ. ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊີໂກ Carmen Morenno Toscano ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການເມືອງ ແລະ ເສດຖະກິດສຳຄັນຂອງ ເມັກຊີໂກ ຢູ່ພາກພື້ນ ອາຊີ; ພ້ອມທັງຢັ້ງຢືນວ່າ ກະຊວງການຕ່າງປະເທດ ເມັກຊີໂກ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຫັນທິດທາງ, ມາດຕະການທີ່ໄດ້ວາງອອກເປັນລະອຽດ, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

        ໃນວັນດຽວກັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸງຫວຽດ ແລະ ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Carmen Moreno Toscano ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII; ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດບຳລຸງສ້າງຂະແໜງການຕ່າງປະເທດລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ