ຫວຽດ​ນາມ ເລັ່ງ​​ຝ່​າຍ​ຕ່າງ​ໆຢູ່ ເຢ​ແມນ ເຊື່ອມ​ຕໍ່​ການເຈ​ລະ​ຈ​າ​ດ້ານ​ການ​ເມືອງ​ຢ່າງ​ຮອ​ບ​ດ​້ານ; ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ຊູດັງ ຈົ່ງ​ສະ​ງັ​ບ​ໃຈ, ຫຼີກ​ລ້ຽງ​ການກ​ະ​ທຳ​ໃຊ້​ ຄວາ​ມຮຸ​ນ​ແຮງ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢເເມນ ດັ້ງດິ່ງກວີ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນທີ່ປີນຂັ້ນໃດທາງການທະຫານຢູ່ ເຢເເມນເຖືກເພີ່ມຂື້ນ
ຫວຽດ​ນາມ ເລັ່ງ​​ຝ່​າຍ​ຕ່າງ​ໆຢູ່ ເຢ​ແມນ ເຊື່ອມ​ຕໍ່​ການເຈ​ລະ​ຈ​າ​ດ້ານ​ການ​ເມືອງ​ຢ່າງ​ຮອ​ບ​ດ​້ານ; ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ຊູດັງ ຈົ່ງ​ສະ​ງັ​ບ​ໃຈ, ຫຼີກ​ລ້ຽງ​ການກ​ະ​ທຳ​ໃຊ້​ ຄວາ​ມຮຸ​ນ​ແຮງ - ảnh 1ພາບປະກອບ: THX/TTXVN

ວັນທີ 11 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການປຶກສາຫາລື ກ່ຽວກັບສະພາບການຢູ່ ເຢເເມນ ດ້ວຍການເຂົ້າຮ່ວມຂອງ ທ່ານທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບ ເຢເເມນ Hans Grundberg ແລະ ທ່ານຜູ້ຮັກສາການຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບການປະສານງານການເຄື່ອນໄຫວມະນຸດສະທຳຂອງ ສປຊ Ramesh Rajasingham.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢເເມນ ດັ້ງດິ່ງກວີ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນທີ່ປີນຂັ້ນໃດທາງການທະຫານຢູ່ ເຢເເມນເຖືກເພີ່ມຂື້ນ, ໂດຍສະເພາະແມ່ນຢູ່ Marib, ອາດຈະ  ທຳລາຍຄວາມມານະພະຍາຍາມສ້າງສັນຕິພາບຢູ່ປະເທດນີ້, ກໍ່ຄວາມເຈັບປວດໃຫ້ແກ່ປະຊາຊົນ ເຢເເມນ, ກໍຄືນາບຂູ່ເຖິງສະຖຽນລະພາບຢູ່ພາກພື້ນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິທຸກການເຄື່ອນໄຫວທາງການທະຫານ, ເຊື່ອມຕໍ່ການເຈລະຈາຄືນໃໝ່, ຮ່ວມມືກັບທູດພິເສດເພື່ອປືອກສາຫາລືກ່ຽວກັບມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານໃຫ້ແກ່ ເຢເເມນ.

ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ກໍມີການປຶກສາຫາລືປິດລັບກ່ຽວກັບການຜັນແປຫວ່າງມໍ່ໆມານີ້ຢູ່ ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ