ຫວຽດນາມ - ເລັດເວຍເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມເລັດເວຍຢ່າງເປັນທາງການ, ວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະ ກັບປະທານສະພາແຫ່ງຊາດ ເລັດເວຍ Inara Munierce, ເຮັດວຽກກັບລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Rinkievics ແລະ ໄປຢ້ຽມຢາມບໍລິສັດ Madara.

ຫວຽດນາມ - ເລັດເວຍເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1 ຫວຽດນາມ - ເລັດເວຍເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(ພາບ: TTXVN)

ທີ່ການພົບປະກັບປະທານສະພາແຫ່ງຊາດ ເລັດເວຍ Inara Munierce, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຢືນຢັນຄວາມປາຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບ ເລັດເວຍ ໃນນັ້ນມີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ສະເໜີເຈລະຈາ ແລະ ລົງນາມໃນບັນດາສັນຍາຮ່ວມມືດ້ານການສຶກສາ, ສັນຍາຍົກເວັ້ນວິຊາໃຫ້ຜູ້ຖືໜັງສືຜ່ານແດນທາງການທູດ, ສັນຍາການບິນ…ເພື່ອສ້າງກອບກົດໝາຍຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສອງຝ່າຍ.

        ເມື່ອເຮັດວຽກກັບທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Rinkievics ປາຖະໜາວ່າ  ເລັດເວຍຈະແມ່ນໜຶ່ງໃນບັນດາປະເທດ ອີຢູ ທຳອິດທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ ( EVFTA ), ຖືນີ້ແມ່ນປັດໃຈສຳຄັນປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ອີຢູ ເວົ້າລວມ ກໍ່ຄືກັບເລັດເວຍເວົ້າສະເພາະ. ສອງຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມບໍລິສັດ Madara, ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດສົ່ງອອກເຄື່ອງສຳອາງແຖວໜ້າຂອງ ເລັດເວຍ.

ຕອບກັບ

ຂ່າວ/ບົດ​ອື່ນ