ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ ປີ 2023

(VOVWORLD) - ຫວຽດນາມ ຖືກຈັດອັນດັບທີ 46 ໃນຈຳນວນ 132 ປະເທດ, ພື້ນຖານເສດຖະກິດ. ເປັນອັນວ່າ, ຫວຽດນາມ ສືບຕໍ່ມີການປັບປຸງກ່ຽວກັບອັນດັບຂອງນະວັດຕະກຳ, ໂດຍເລື່ອນຂຶ້ນ 2 ຂັ້ນ ເມື່ອທຽບໃສ່ປີກາຍ.
ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ ປີ 2023 - ảnh 1ດັດຊະນີນະວັດຕະກຳຂອງ ຫວຽດນາມ ເລື່ອນຂຶ້ນ 2 ຂັ້ນ ເມື່ອທຽບໃສ່ປີ 2022 (ພາບປະກອບ: VOV)

ຕອນຄ່ຳວັນທີ 27 ກັນຍາ, ຢູ່ສະວິດ, ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ຈັດພິທີປະກາດ ບົດລາຍງານດັດຊະນີນະວັດຕະກຳ ທົ່ວໂລກ ປີ 2023 (Global Innovation Index 2023-GII). ຕາມນັ້ນແລ້ວ, ຫວຽດນາມ ຖືກຈັດອັນດັບທີ 46 ໃນຈຳນວນ 132 ປະເທດ, ພື້ນຖານເສດຖະກິດ. ເປັນອັນວ່າ, ຫວຽດນາມ ສືບຕໍ່ມີການປັບປຸງກ່ຽວກັບອັນດັບຂອງນະວັດຕະກຳ, ໂດຍເລື່ອນຂຶ້ນ 2 ຂັ້ນ ເມື່ອທຽບໃສ່ປີກາຍ.

ຕາມອົງການ WIPO ແລ້ວ, ຫວຽດນາມ ແມ່ນ 1 ໃນ 7 ປະເທດມີລາຍຮັບປານກາງ ທີ່ມີຄວາມກ້າວໜ້າທີ່ສຸດກ່ຽວກັບນະວັດຕະກຳ ໃນທົດສະວັດຜ່ານມາ (ເຊິ່ງລວມມີ ຈີນ, ຕວັກກີ, ອິນເດຍ, ຫວຽດນາມ, ຟີລິບປິນ, ອິນໂດເນເຊຍ ແລະ ອີຣານ). ຫວຽດນາມ ກໍແມ່ນໜຶ່ງ ໃນ 3 ປະເທດ ທີ່ມີຜົນງານບຸກທະລຸ ເມື່ອທຽບໃສ່ລະດັບການພັດທະນາໃນ 13 ປີ ລຽນຕິດ.

 


ຕອບກັບ

ຂ່າວ/ບົດ​ອື່ນ