ຫວຽດ​ນາມ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ສ້າງ​ການ​ເຈ​ລະ​ຈາ ແລະ ລັດ​ຖະ​ສະ​ພາ​ເອີ​ຣົບ

(VOVWORLD) -    ໃນຂອບເຂດກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42) ຖືກດຳເນີນຕາມແບບທາງໄກ, ຕອນເຊົ້າວັນທີ 25 ສິງຫາ, ຄະນະກຳມະການ ການຈັດຕັ້ງ ໄດ້ປະຊຸມ ແລະ ພິຈາລະນາຮ່າງມະຕິສຳຄັນຫຼາຍສະບັບ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ເລທູຮ່າ, ກຳມະການຜູ້ປະຈຳການກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ.
ຫວຽດ​ນາມ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ສ້າງ​ການ​ເຈ​ລະ​ຈາ ແລະ ລັດ​ຖະ​ສະ​ພາ​ເອີ​ຣົບ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn)

ໃນກອງປະຊຸມ, ສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ໄດ້ປຶກສາຫາລືກ່ຽວກັບບົດລາຍງານການເງິນ, ແຜນງົບປະມານຂອງຄະນະເລຂາ AIPA; ມຸ່ງໄປເຖິງການຈັດຕັ້ງການເຈລະຈາ AIPA – ASEAN ແລະ ເພີ່ມຈໍານວນປະເທດສັງເກດການຂອງ AIPA. ກ່ຽວກັບການແນະນໍາ ແລະ ຂັ້ນຕອນການເຈລະຈາ AIPA – ASEAN, ຫວຽດນາມ ເຫັນດີຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືລະຫວ່າງ ອາຊຽນ ແລະ AIPA, ພ້ອມດຽວກັນນັ້ນ, ຄວນຄົ້ນຄວ້າ ແລະ ປຶກສາຫາລືຫຼາຍກວ່າອີກເພື່ອຊອກຫາກົນໄກແລກປ່ຽນຂໍ້ມູນຂ່າວສານ ແລະ ການສົມທົບລະຫວ່າງ AIPA  ກັບ ASEAN. ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ, ທ່ານນາງ ເລທູຮ່າ ກໍຖືວ່າ ຄວນປ່ຽນຊື່ຂອງກົນໄກນີ້, ບໍ່ເອີ້ນວ່າ “ເຈລະຈາ” ອາຊຽນ ແລະ AIPA.  ທ່ານນາງກ່າວວ່າ:

        “ຄວນຄົ້ນຄວ້າ ແລະ ປຶກສາຫາລືເພື່ອຊອກຫາກົນໄກແລກປ່ຽນຂໍ້ມູນຂ່າວສານ ແລະ ການສົມທົບກັນລະຫວ່າງ AIPA  ກັບ ASEAN, ທາບທາມບົດຮຽນປະສົມການຂອງ ສະຫະພັນ ລັດຖະສະພາສາກົນ (IPU) ຈັດຕັ້ງວາລະປະຊຸມອະພິປາຍ IPU. ອາດເອີ້ນກົນໄກນີ້ວ່າ ກອງປະຊຸມອະພິປາຍ AIPA ASEAN. ໃນວາລະປະຊຸມອະພິປາຍນີ້, ຜູ້ຕາງໜ້າຂອງຄະນະເລຂາ ອາຊຽນ ຈະລາຍງານຕໍ່ບັນດາສະມາຊິກລັດຖະສະພາ AIPA ກ່ຽວກັບການເຄື່ອນໄຫວຂອງ ອາຊຽນ ແລະ ຮັບຟັງບັນດາຂໍ້ສະເໜີຂອງບັນດາສະມາຊິກລັດຖະສະພາ AIPA.”

        ກໍໃນວາລະເຮັດວຽກດັ່ງກ່າວ, ລັດຖະສະພາບັນດາປະເທດສະມາຊິກ ຕ່າງກໍເຫັນດີສ້າງການເຈລະຈາ AIPA – EP (ລັດຖະສະພາເອີຣົບ). ນອກຈາກນັ້ນ, ຄະນະເລຂາ AIPA ກໍສະເໜີວັນເວລາ ແລະ ສະຖານທີ່ຈັດຕັ້ງ AIPA 43. ຕາມນັ້ນແລ້ວ, ກອງປະຊຸມສະມັດຊາໃຫຍ່ AIPA 43 ຈະຖືກຈັດຂຶ້ນຢູ່ ກຳປູເຈຍ ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ