ຫວຽດນາມ ແຈ້ງເຕືອນພົນລະເມືອງກ່ຽວກັບສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ

(VOVWORLD) - ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງປະເທດດັ່ງກ່າວໃນຈຸດເວລານີ້.
ຫວຽດນາມ ແຈ້ງເຕືອນພົນລະເມືອງກ່ຽວກັບສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ - ảnh 1ສະພາບຄວາມເຕັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ລີບັງ ພວມເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ
(ພາບ: Reuters)

        ວັນທີ 05 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ, ສະພາບຄວາມເຕັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ລີບັງ ພວມເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ, ກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ຊັບສິນ ຂອງພົນລະເມືອງ. ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງປະເທດດັ່ງກ່າວໃນຈຸດເວລານີ້. ໃນກໍລະນີພົນລະເມືອງ ຫວຽດນາມ ພວມຢູ່ ລີບັງ, ຕ້ອງຍົກຍ້າຍທັງຄົນ ແລະ ຊັບສິນໄປຍັງປະເທດທີ 3 ຫຼື ກັບເມືອ ຫວຽດນາມ ໂດຍໄວ. ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ຕ້ອງເຄົາລົບປະຕິບັດຕາມບັນດາຂໍ້ກຳນົດ ແລະ ການແນະນຳກ່ຽວກັບມາດຕະການປົກປ້ອງຄວາມໝັ້ນຄົງຂອງອຳນາດການປົກຄອງປະເທດປະຈຳຖິ່ນ; ຕິດຕາມຂໍ້ມູນແຈ້ງເຕືອນຂອງກະຊວງການຕ່າງປະເທດ (ສະຖານກົງສູນ ຫຼື ສະຖານທູດ ຫວຽດນາມ ປະຈຳ ອີຢິບ, ອີຣານ, ອິດສະຣາແອັນ ແລະ ບັນດາປະເທດໃກ້ຄຽງ) ເພື່ອມີການຮັບມືຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ