ຫວຽດນາມ - ແດນມາກ ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ສິ່ງແວດລ້ອມ - ດິນຟ້າອາກາດ - ພະລັງງານ, ການພັດທະນາສີຂຽວ

(VOVWORLD) - ໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ
ຫວຽດນາມ - ແດນມາກ ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ສິ່ງແວດລ້ອມ - ດິນຟ້າອາກາດ - ພະລັງງານ, ການພັດທະນາສີຂຽວ - ảnh 1ການເຮັດວຽກຂອງຄະນະຜູ້ແທນ ຫວຽດນາມ ຢູ່ ແດນມາກ
(ພາບ:dangcongsan.vn)

ໂດຍສືບຕໍ່ການຢ້ຽມຢາມ ແດນມາກ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen, ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ Copenhagen, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ພົບປະກັບ ອົງມົງກຸດລາຊະກຸມມານ ແດນມາກ Frederik. ທີ່ການຕ້ອນຮັບ, ອົງມົງກຸດລາຊະກຸມມານ Frederik ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຈະປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານທີ່ພວມພັດທະນາຢ່າງດີງາມລະຫວ່າງສອງປະເທດ. ອົງມົງກຸດລາຊະກຸມມານ Frederik ຖືວ່າ: ໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໄດ້ຮັບຮອງເອົາໃນວັນທີ 1 ພະຈິກ. ອົງມົງກຸດລາຊະກຸມມານ Frederik ຢັ້ງຢືນວ່າ: ພະບໍລົມວົງສານຸວົງ ແລະ ລັດຖະບານ ແດນມາກ ຈະສືບຕໍ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ເຊື່ອມຕົວ, ປະກອບສ່ວນເຂົ້າໃນການພັດທະນາຂອງແດນມາກ ກໍ່ຄືການພົວພັນສອງປະເທດ.

      ສ່ວນທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢັ້ງຢືນວ່າ ໄລຍະຈະມາເຖິງ, ສອງປະເທດຄວນສືບຕໍ່ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້, ໝູນໃຊ້ບັນດາໂອກາດຈາກຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ເພື່ອຊຸກຍູ້ການຮ່ວມມື, ພິເສດແມ່ນໃນຂົງເຂດທີ່ເປັນທ່າແຮງ ແລະ ຄວາມຕ້ອງການຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ