ຫວຽດນາມ - ແດນມາກ ເພີ່ມທະວີການຮ່ວມມື

ຫວຽດນາມ - ແດນມາກ ເພີ່ມທະວີການຮ່ວມມື - ảnh 1

ການ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີສອງທ່ານ

(ພາບ:thutuong.chinhphu.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 8/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ຕ້ອນຮັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung. ທີ່ການ​ເຈລະຈາຫຼັງ​ພິທີ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ໃຫ້​ບຸລິມະສິດ​ຜັນ​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ບັນດາ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ພະລັງງານ ​ແລະ ການ​ເຕີບ​ໂຕ​ຂຽວ​ລະຫວ່າງ​ສອງ​ປະ​ເທດຢ່າງແຂງແຮງ, ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ ລົງທຶນ​ເຂົ້າຫວຽດນາມ. ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung ສະ​ເໜີ​ໃຫ້​ແດນ​ມາກ ຈົ່ງ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ (EU) ​ແລະ ຢືນຢັນ​ວ່າ​ຫວຽດນາມ ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ASEAN-EU ​ເວົ້າລວມ ​ແລ​ະ ASEAN ກັບ​ແດນ​ມາກ ​ເວົ້າສະ​ເພາະ. ພາຍຫຼັງ​ການ​ເຈລະຈາ, ນາຍົກລັດຖະມົນຕີສອງທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ຈຳນວນ​ໜຶ່ງ​ໃນ​ບັນດາ​ຂົ​ງ​ເຂດ​ການ​ປະຕິ​ຮູບ​ວິ​ສາ​ຫະກິດ, ພະລັງ​ງານ, ນ້ຳມັນ​ອາຍ​ແກ​ດ.

ໃນ​ຕອນ​ບ່າຍຂອງວັນ​ທີ 8/11, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະ​ເທດ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt . ນະ​ທີ່​ນີ້, ທ່ານ​ປະ​ເທດ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຢືນຢັນວ່າການ​ຊ່ວຍ​ເຫຼືອ​ທຶນ ODA ຂອງ​ລັດຖະບານ​ແດນ​ມາກ ພວມ​ຖືກ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ​ຢູ່​ຫວຽ​ດນາມ, ຄຽງ​ຄູ່​ກັນນັ້ນການ​ພົວພັນ​ດ້ານ​​ເສດຖະກິດການ​ຄ້າລະຫວ່າງສອງ​ປະ​ເທດກໍ່​ໄດ້​ມີ​ບາດກ້າວພັດທະນາ​ຢ່າງ​ດີງາມ. ທ່ານ​ປະ​ເທດ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​​ເນັ້ນຫນັກ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ກັບ​ແດນ​ມາກ​ເປັນ​ສຳຄັນ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ສ່ວນທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt ກໍ່​ໄດ້​ຢືນຢັນ​ວ່າ ​ແດນ​ມາກ ຈະ​ສືບ​ຕໍ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ບັນດາ​ຂົງ​ເຂດ​ທີ່​ແດນ​ມາກ​ ມີ​ທ່າ​ແຮງ​ຄື: ພະລັງງານ, ຕ້ານ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ….

ຂ່າວ/ບົດ​ອື່ນ