ຫວຽດນາມ - ແດນມາກຮ່ວມມືກຳຈັດສິ່ງເສດເຫຼືອ ແລະ ຜະລິດພະລັງງານຄືນໃໝ່

ຫວຽດນາມ - ແດນມາກຮ່ວມມືກຳຈັດສິ່ງເສດເຫຼືອ ແລະ ຜະລິດພະລັງງານຄືນໃໝ່ - ảnh 1
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແດນມາກ ເປັນສັກຂີພິຍານພິທີລົງນາມ
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ການຮ່ວມ​ມື ຫວຽດນາມ - ​ແດນ​ມາກ ​ໃນ​ຂົງ​ເຂດ​ກຳຈັດ​ສິ່ງ​ເສດ​ເຫຼືອ ​ແລະ ຜະລິດ​ພະລັງງານ​ຄືນ​ໃໝ່” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານນາງ ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ Pia Olsen Dyhr, ​ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ນາງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ກາວ​ລ້າຍ​ກວາງ ​ແລະ ວິ​ສາ​ຫະກິດ ​ແດນ​ມາກ, ຫວຽດນາມ ຫຼາຍ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ກາວ​ລ້າຍ​ກວາງ ​ໃຫ້​ຮູ້​ວ່າ: ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ຫວຽດນາມ ​ແລ້ວ, ປະລິມານ​ສິ່ງ​ເສດ​ເຫຼືອ​ໃນ​ການ​ດຳລົງ​ຊີວິດ ຢູ່ ຫວຽດນາມ ​ແມ່ນ​ປະມານ 17 ລ້ານ​ໂຕນ/ ປີ. ​ເຖິງ​ວ່າ​ລັດຖະບານ ຫວຽດນາມ ​ໄດ້​ກໍ່ສ້າງ​ກອບ​ກົດໝາຍ, ລົງທຶນ​ຢ່າງ​ແຮງ​ໃຫ້​ແກ່​ຂົງ​ເຂດ​ກຳຈັດ​ສິ່ງ​​ເສດ​ເຫຼືອ ​ແລະ ຜະລິດ​ພະລັງງານ​ຄືນ​ໃໝ່, ​ແຕ່​​ໂດຍ​​ແມ່ນປະ​ເທດ​ພວມ​ພັດທະນາ, ຫວຽດນາມ ຕ້ອງການ​ແຫຼ່ງ​ເງິນໜູນ​ຊ່ວຍ, ລົງທຶນ​ຈາກ​ພາຍ​ນອກຫຼາຍ, ພິ​ເສດ​ແມ່ນ​ບັນດາ​ບົດຮຽນ, ຄວາມ​ຮູ້ ​ແລະ ​ເຕັກ​​ໂນ​ໂລ​ຢີ ຈາກ ​ແດ​ນມາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ Pia Olsen Dyhr ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ ​ແດນ​ມາກ ​ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້​ກ່ວາ​ອີກ, ປະກອບສ່ວນ​ຫັນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແດນ​ມາກ ເປັນ​ລະອຽດ. ທ່ານ​ນາງ​ໄດ້​ກ່າວ​ວ່າ:

“ມື້​ນີ້, ມີວິ​ສາ​ຫະກິດ​ແດນ​ມາກ ​ຫຼາຍ​​ແຫ່ງ ​ທີ່​ເຄື່ອນ​ໄຫວໃນ​ຂົງ​ເຂດ​ນີ້ ​ໄດ້​ມີໜ້າ​ຢູ່ທີ່​ນີ້ ​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື ຫວຽດນາມ. ການ​ມອບ​ສົ່ງ​ເຕັກ​​ໂນ​ໂລ​ຢີຄວບ​ຄຸມສິ່ງ​​ເສດ​ເຫຼືອ ​ໃຫ້​ແກ່ ຫວຽດນາມ ​ໄປ​ຄຽງ​ຄູ່​ກັບ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ຂອງ​ລັດຖະບານ ​ແດນ​ມາກ​ທີ່​ມີ​ຕໍ່ ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ​ວ່າ: ການ​ພັດທະນາ​ນີ້ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ພວກ​ເຮົາ​ແກ້​ໄຂ​ບັນດາ​ສິ່ງ​ເສດ​ເຫຼືອ​ໃນ​ປະຈຸ​ບັນ ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກຍັງ​ຊ່ວຍ​ໃຫ້​ພວກ​​ເຮົາ​ຮັບ​ມື​ກັບ​ບັນຫາ​ແຫຼ່ງຊັບພະຍາກອນ​​ໃນ​ໂລກພວມ​ບົກ​ແຫ້ງ​ໄປ​ອີກ​ດ້ວຍ, ​ແລະ​ຜ່ານ​ນັ້ນ​ຈະ​ນຳ​ມາ​ເຊິ່ງການ​ເຕີບ​ໂຕຢ່າງ​ໝັ້ນຄົງ​ຢູ່​ທັງ 2 ປະ​ເທດ ​ແດນ​ມາກ ​ແລະ ຫວຽດນາມ”

ຂ່າວ/ບົດ​ອື່ນ