ຫວຽດ​ນາມ ແບກ​ຫາບ​ບົດ​ບາດ​ເປັນ​ປະ​ທານສະ​ພາມອບ​ໂອນ​ກອງ​ທຶນ ອາ​ຊຽນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021.
ຫວຽດ​ນາມ ແບກ​ຫາບ​ບົດ​ບາດ​ເປັນ​ປະ​ທານສະ​ພາມອບ​ໂອນ​ກອງ​ທຶນ ອາ​ຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ: baoquocte.vn)

ວັນທີ 8 ທັນວາ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ປະທານຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ສະພາມອບໂອນກອງທຶນ ອາຊຽນ (AFBOT) ຕາມຮູບການອອນລາຍ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021 ຈາກ ທ່ານເອກອັກຄະລັດຖະທູດ ໄທ ເຊິ່ງເປັນປະທານ AFBOT ໃນປີ 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ