ຫວຽດ​ນາມ ​ແບກ​ຫາບພາ​ລະ​ໜ້າ​ທີ່ເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ

(VOVWORLD) -ໃນວັນທີ 25 ສິງຫາ ທີ່ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການ ອາຊຽນ ຢູ່ ນະຄອນຫຼວງ ປຣາຮາ, ທ່ານ ທ໊າຍຊວັນຢູ໊ງ ເອກອັກຄະລັດຖະທູດ  ຫວຽດນາມ ປະຈຳ ເຊັກໂກ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເຊັກໂກ ຈົນຮອດທ້າຍປີ 2020 ຈາກທ່ານນາງ Kenssy D. Ekaningsih ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ເຊັກໂກ.
ຫວຽດ​ນາມ ​ແບກ​ຫາບພາ​ລະ​ໜ້າ​ທີ່ເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ - ảnh 1  ທ່ານ ທ໊າຍຊວັນຢູ໊ງ ເອກອັກຄະລັດຖະທູດ  ຫວຽດນາມ ປະຈຳ ເຊັກໂກ ຮັບຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເຊັກໂກ ຈາກທ່ານນາງ Kenssy D. Ekaningsih ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ເຊັກໂກ.

ໃນຖານະຕຳແໜ່ງເປັນປະທານ ອາຊຽນ, ທ່ານ ທ໊າຍຊວັນຢູ໊ງ ຈະບໍລິຫານ ແລະ ຮັບຜິດຊອບບັນດາການເຄື່ອນໄຫວຂອງຄະນະກຳມະການຈົນໝົດປີ 2020. ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ເຊັກໂກ ກ່ຽວກັບບາງການເຄື່ອນໄຫວຕົ້ນຕໍໃນເວລາແບກຫາບພາລະໜ້າທີ່ເປັນປະທານຄະນະກຳມະການ ອາຊຽນ ປະຈຳ ປຣາຮາ, ທ່ານ ທາຍຊວັນຢູ໊ງ ເນັ້ນໜັກວ່າ:

ພວກຂ້າພະຈົ້າ ຈະມານະພະຍາຍາມສົມທົບກັບບັນດາປະເທດສະມາຊິກ ອາຊຽນ ປະຈຳ ເຊັກໂກ ເພື່ອຊຸກຍູ້ບັນດາການເຄື່ອນໄຫວໃຫ້ສະໜິດຕິດພັນກັບບັນດາປະເທດສະມາຊິກ ອາຊຽນ ຜ່ານບັນດາການເຄື່ອນໄຫວກ່ຽວຂ້ອງລະຫວ່າງບັນດາປະເທດ ອາຊຽນ ແລະ ບັນດາປະເທດເຈລະຈາ, ບັນດາຄູ່ຮ່ວມມື ແລະ ອຳນາດການປົກຄອງປະເທດປະຈຳຖິ່ນ, ຊຸກຍູ້ບັນດາການເຄື່ອນໄຫວຂອງ ອາຊຽນ ນຳກັນ ແລະ ລະຫວ່າງ ອາຊຽນ ກັບປະເທດປະຈຳຖິ່ນເຮັດແນວໃດເພື່ອໃຫ້ປະຊາຄົມ ອາຊຽນ ປະຈຳ ເຊັກໂກ ເຂົ້າໃຈກັນກ່ວາ, ປະກອບສ່ວນສ້າງຄວາມຜູກພັນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ເຊັກໂກ ເວົ້າສະເພາະ ແລະ ອາຊຽນ ກັບ ເຊັກໂກ ເວົ້າລວມ.

ນັກຂ່າວ VOV ປະຈຳ ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ