ຫວຽດນາມ ແບ່ງປັນບົດຮຽນກັບ ກຸຍບາ ໃນວຽກງານກົດໝາຍ ແລະ ຕຸລາການ

(VOVWORLD) - ຫວຽດນາມ ພ້ອມແລ້ວຈະແບ່ງປັນບັນດາບົດຮຽນຂອງວິວັດການແຫ່ງການປ່ຽນແປງໃໝ່, ໃນນັ້ນມີວຽກງານສ້າງລະບົບກົດໝາຍ, ການປະຕິຮູບຕຸລາການໃຫ້ສົມບູນແບບ, ເພື່ອໃຫ້ ກຸຍບາ ທາບທາມ
ຫວຽດນາມ ແບ່ງປັນບົດຮຽນກັບ ກຸຍບາ ໃນວຽກງານກົດໝາຍ ແລະ ຕຸລາການ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ ກຸຍບາ Oscar Manuel Silvera Martinez)

        ຕອນບ່າຍວັນທີ 16 ມິຖຸນາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ ກຸຍບາ Oscar Manuel Silvera Martinez ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວຈະແບ່ງປັນບັນດາບົດຮຽນຂອງວິວັດການແຫ່ງການປ່ຽນແປງໃໝ່, ໃນນັ້ນມີວຽກງານສ້າງລະບົບກົດໝາຍ, ການປະຕິຮູບຕຸລາການໃຫ້ສົມບູນແບບ, ເພື່ອໃຫ້ ກຸຍບາ ທາບທາມ, ນຳໃຊ້ດ້ວຍເງື່ອນໄຂທີ່ເໝາະສົມຂອງ ກຸຍບາ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດແມ່ນການພົວພັນເປັນແບບຢ່າງ, ແທດຈິງ ແລະ ບັນລຸປະສິດທິຜົນ, ຕອບສະໜອງຄວາມມຸ່ງຫວັງຂອງລັດຖະບານ 2 ປະເທດ.

        ສ່ວນທ່ານລັດຖະມົນຕີ Oscar Manuel Silvera Martinez ປາດຖະໜາວ່າ ຫວຽດນາມ ເພີ່ມທະວີການຮ່ວມມື, ໜູນຊ່ວຍ ກຸຍບາ ໃນວຽກງານສ້າງກົດໝາຍ ແລະ ຕຸລາການ, ໂດຍສະເພາະແມ່ນໃນຂົງເຂດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ