ຫວຽດນາມ ​ແບ່ງປັນ​ບົດຮຽນປະສົບ​ການ​ກັບ ກາ​ນາ​ດາ ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານນາງ Elizabeth McIninch ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍໃດໆຈາກໂລກລະບາດຄັ້ງນີ້, ເສັ້ນທາງໃນຕໍ່ໜ້າພວມເປີດກາລະໂອກາດຮ່ວມມືອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ. 
ຫວຽດນາມ ​ແບ່ງປັນ​ບົດຮຽນປະສົບ​ການ​ກັບ ກາ​ນາ​ດາ ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ການໂອ້ລົມສົນທະນາທາງອອນລາຍ ດ້ວຍຫົວຂໍ້ “ປະຊາຊົນຫວຽດນາມ ແລະ ການາດາ ຮັບມືກັບໂລກລະບາດໂຄວິດ - 19 - ແບ່ງປັນປະສົບການຂອງຫວຽດນາມ” (ພາບ: TTXVN)

        ຕອນຄໍ່າວັນທີ 07 ກໍລະກົດ ຕາມເວລາຫວຽດນາມ, ຢູ່ສອງສະຖານທີ່ຖ່າຍທອດສົດທີ່ ການາດາ ແລະ ຫວຽດນາມ ໄດ້ດໍາເນີນການໂອ້ລົມສົນທະນາທາງອອນລາຍ ດ້ວຍຫົວຂໍ້ “ປະຊາຊົນຫວຽດນາມ ແລະ ການາດາ ຮັບມືກັບໂລກລະບາດໂຄວິດ - 19 - ແບ່ງປັນປະສົບການຂອງຫວຽດນາມ” ໂດຍສະຫະສະມາຄົມ ການາດາ - ຫວຽດນາມ (CVS) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ການາດາ (VCFA) ຮ່ວມກັນຈັດຕັ້ງຂຶ້ນ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຫວຽດນາມ ໄດ້ແບ່ງປັນວິທີການສໍາຜັດລະຫວ່າງຂະແໜງໃນວຽກງານປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ກັບ ການາດາ; ສັງລວມສະພາບການຂອງຫວຽດນາມ ໃນໄລຍະປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

        ນະທີ່ນີ້, ທ່ານນາງ Elizabeth McIninch, ສະມາຊິກຄະນະປະສານງານ CVS ໄດ້ຊີ້ແຈ້ງກ່ຽວກັບທ່າແຮງຂອງ ການາດາ ໃນຂົງເຂດເຕັກໂນໂນຢີສະອາດ, ເຕັກໂນໂນຢີກະສິກໍາ, ການປຸງແຕ່ງອາຫານ, ການຂົນສົ່ງສາທາລະນະ, ພື້ນຖານໂຄງລ່າງທາງບົກ, ພະລັງງານຜະລິດຄືນໃໝ່... ກໍແມ່ນບັນດາຂົງເຂດເຊິ່ງຫວຽດນາມ ພວມມີຄວາມຕ້ອງການສູງ. ທ່ານນາງ Elizabeth McIninch ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍໃດໆຈາກໂລກລະບາດຄັ້ງນີ້, ເສັ້ນທາງໃນຕໍ່ໜ້າພວມເປີດກາລະໂອກາດຮ່ວມມືອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ