ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022

(VOVWORLD) -ທ່ານນາງໂຕມິງທູ ໃຫ້ຮູ້ວ່າໃນສະພາບການເກີດພະຍາດໂຄວິດ - 19, ຫວຽດນາມ ຖືການເຫັນການສຶກສາເປັນດີຈີຕອນແມ່ນໜ້າທີ່ແຖວໜ້າ, ຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສຶ່ສານ (ICT), ຫັນຫຼັກສູດການຮຽນເປັນດີຈີຕອນ, ຍົກສູງລະດັບ ICT ໃຫ້ແກ່ຄູສອນ ແລະ ນັກຮຽນໃນການຮຽນການສອນ.
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022 - ảnh 1ພາບປະກອບ: TTXVN

ໃນຂອບເຂດເວທີປາໄສການສຶກສາໂລກ (EWF) 2022 ຢູ່ລອນດອນ ປະເທດອັງກິດ, ທ່ານນາງອທີ່ປຶກສາທູດ, ຮອງເອກອັກຄະລັດຖະທູດ ຫວຽດນາມ ປະຈຳອັງກິດ ໂຕມິງທູ ແລະ ທ່ານນາງ ເລຂາເອກຮັບຜິດຊອບວຽກງານການສຶກສາ ເຈິ່ນເຮືອງລີ ໄດ້ເຂົ້າຮ່ວມກອງປະຊຸມ “ປ່ຽນແປງໃໝ່ການສຶກສາດ້ວຍຄ່າໃຊ້ຈ່າຍຕ່ຳຢູ່ອາຊີ” ແລະ “ນະໂຍບາຍການສຶກສາດິນຟ້າອາກາດ”, ແບ່ງປັນບົດຮຽນຂອງ ຫວຽດນາມ ເພື່ອແນໃສ່ຮັບປະກັນການຮ່ຳຮຽນໃຫ້ແກ່ເດັກນ້ອຍ ຢູ່ໃນ ແລະ ຫຼັງພະຍາດໂຄວິດ - 19, ກໍ່ຄືບັນດານະໂຍບາຍເພື່ອການສຶກສາດິນຟ້າອາກາດແຫ່ງຊາດ.

        ທ່ານນາງໂຕມິງທູ ໃຫ້ຮູ້ວ່າໃນສະພາບການເກີດພະຍາດໂຄວິດ - 19, ຫວຽດນາມ ຖືການເຫັນການສຶກສາເປັນດີຈີຕອນແມ່ນໜ້າທີ່ແຖວໜ້າ, ຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສຶ່ສານ (ICT), ຫັນຫຼັກສູດການຮຽນເປັນດີຈີຕອນ, ຍົກສູງລະດັບ ICT ໃຫ້ແກ່ຄູສອນ ແລະ ນັກຮຽນໃນການຮຽນການສອນ. ຫວຽດນາມ ຕັ້ງເປົ້າໝາຍຈົນຮອດປີ 2025, ທຸກຮາກຖານການສຶກສາຈະນຳໃຊ້ລະບົບຄຸ້ມຄອງບໍລິຫານໂຮງຮຽນໂດຍອີງໃສ່ຂໍ້ມູນຂ່າວສານ ແລະ ເຕັກໂນໂລຢີເຕັກນິກດີຈີຕອນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ແລະ ຮັບປະກັນການອຸປະຖຳໃຫ້ແກ່ຂະແໜງການສຶກສາ, ສະໜອງງົບປະມານ ແລະ ບ້ວງເງິນກູ້ຢືມ ໃຫ້ບັນດາຮາກຖານການສຶກສາ ແລະ ນັກສຶກສາ, ຮັບປະກັນວ່າ ງົບປະມານການສຶກສາ ກວມເອົາຢ່າງໜ້ອຍສຸດ 20% ຍອດລາຍຈ່າຍງົບປະມານແຫ່ງລັດ.

        ສ່ວນທ່ານນາງ ເລຂາເອກ ເຈິ່ນເຮືອງລີ ຢັ້ງຢືນວ່າ ການສຶກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາເປົ້າໝາຍພັດທະນາການສຶກສາແບບຍືນຍົງຂອງ ຫວຽດນາມ, ຊີ້ໃຫ້ເຫັນວ່ານະໂຍບາຍສິ່ງແວດລ້ອມໄດ້ທີ່ສ້າງຂຶ້ນຢູ່ ຫວຽດນາມ ນັບແຕ່ລະດັບຊາດລົງຮອດ ໂຮງຮຽນ, ລວມມີການກໍ່ສ້າງກອບຄວາມຮູ້ ແລະ ທັກສະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດຢູ່ບັນດາໂຮງຮຽນໃນທຸກຊັ້ນຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ