ຫວຽດນາມ ແບ່ງປັນບົດຮຽນຮູບແບບສ້າງອົງການຄຸ້ມຄອງໜີ້ສາທາລະນະສະເພາະກິດ ແລະ ເອກະລາດ

(VOVWORLD) - ໃນສະພາບການທີ່ຕັ້ງບົດບາດເສດຖະກິດຂອງ ຫວຽດນາມ ມີການປ່ຽນແປງຕັ້ງໜ້າ...
ຫວຽດນາມ ແບ່ງປັນບົດຮຽນຮູບແບບສ້າງອົງການຄຸ້ມຄອງໜີ້ສາທາລະນະສະເພາະກິດ ແລະ ເອກະລາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: Minh Tuấn)

ຫວຽດນາມ ຄວນຄົ້ນຄ້ວາສ້າງຕັ້ງອົງການຄຸ້ມຄອງໜີ້ສາທາລະນະສະເພາະກິດ ແລະ ເອກະລາດ. ນີ້ແມ່ນບົດຮຽນສາກົນໃນການປະຕິຮູບວຽກງານການຄຸ້ມຄອງໜີ້ສາທາລະນະ, ທີ່ບັນດານັກຊ່ຽວຊານຂອງກອງທຶນເງິນຕາສາກົນ, ທະນາຄານໂລກ ແລະ ກົມໃຫຍ່ເສດຖະກິດ ສະຫະພັນ ສະວິດ ແບ່ງປັນທີ່ກອງປະຊຸມສຳມະນາໂດຍກະຊວງການເງິນຈັດຂຶ້ນໃນວັນທີ 23 – 24 ສິງຫາ, ຢູ່ຮ່າໂນ້ຍ.

        ຕາມບັນດານັກຊ່ຽວຊານສາກົນແລ້ວ, ຫວຽດນາມ ໄດ້ວາງຄາດໝາຍຮອດປີ 2030, ກາຍເປັນປະເທດມີລາຍຮັບປານກາງສູງ, ການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດຕໍ່ລະດັບລົງທຶນ. ໃນສະພາບການທີ່ຕັ້ງບົດບາດເສດຖະກິດຂອງ ຫວຽດນາມ ມີການປ່ຽນແປງຕັ້ງໜ້າ, ຄວາມສາມາດສຳພັດກັບແຫຼ່ງທຶນກູ້ຢຶມ ດ້ວຍຄ່າດອກເບ້ຍຕ່ຳຈະຖືກຫລຸດລົງ, ຮຽກຮ້ອງໃຫ້ມີການຄຸ້ມຄອງຄົບຊຸດ, ເປັນເອກະພາບ, ຫັນເປັນສະເພາະກິດເພື່ອເພີ່ມທະວີປະສິດທິຜົນຂອງການກຳນົດນະໂຍບາຍ ແລະ ບັນລຸໄດ້ໂຄງປະກອບລາຍຈ່າຍ  - ຄວາມສ່ຽງຂອງໜີ້ສາທາລະນະເໝາະສົມກັບຄາດໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ