ຫວຽດນາມ ​ແບ່ງປັນ​ປະສົບ​ການ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວກັບ​ເຮືອນ​ຢູ່ ທີ່ຄະນະ​ກໍາມະການ​ພັດທະນາ​ສັງຄົມ ສປຊ

(VOVWORLD) - ໃນລະຫວ່າງວັນທີ 10 – 19 ກຸມພາ, ທີ່ສໍານັກງານ ສປຊ, ຢູ່ນິວຢອກ ປະເທດ ອາເມລິກາ ໄດ້ດໍາເນີນກອງປະຊຸມຄັ້ງທີ 58 ຂອງ ຄະນະກໍາມະການພັດທະນາສັງຄົມ ດ້ວຍຫົວຂໍ້ “ເຮືອນຢູ່ລາຄາຖືກ ແລະ ການໜູນຊ່ວຍສັງຄົມ ເພື່ອແກ້ໄຂສະພາບການບໍ່ມີເຮືອນຢູ່”.
ຫວຽດນາມ ​ແບ່ງປັນ​ປະສົບ​ການ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວກັບ​ເຮືອນ​ຢູ່ ທີ່ຄະນະ​ກໍາມະການ​ພັດທະນາ​ສັງຄົມ ສປຊ - ảnh 1ວາລະປະຊຸມທີ່ສະຫະປະຊາຊາດໃນວັນທີ 12/02/2020 (ພາບ: TTXVN )

        ກ່າວຄໍາເຫັນທີ່ກອງປະຊຸມ, ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເໜັ້ນໜັກເຖິງການແກ້ໄຂສະພາບການບໍ່ມີເຮືອນຢູ່ ແມ່ນຮຽກຮ້ອງໃຫ້ມີກອບນິຕິກໍາ ແລະ ນະໂຍບາຍຢ່າງຮອບດ້ານ; ພ້ອມທັງຢັ້ງຢືນເຖິງບົດບາດສໍາຄັນຂອງລະບົບໜູນຊ່ວຍສັງຄົມ ອັນໄດ້ຊ່ວຍແກ້ໄຂສະພາບການດັ່ງກ່າວໃຫ້ມີປະສິດທິຜົນ; ແບ່ງປັນການໜູນຊ່ວຍສັງຄົມຂອງຫວຽດນາມ, ລວມທັງບັນດານະໂຍບາຍໜູນຊ່ວຍຕາໜ່າງພື້ນຖານທີ່ສະໜອງການບໍລິການໜູນຊ່ວຍສັງຄົມໃນທົ່ວປະເທດ.

        ຜູ້ຕາງໜ້າຫວຽດນາມ ກໍຢັ້ງຢືນເຖິງຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເນັ້ນໜັກວ່າ ການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນສະທ້ອນໄປທົ່ວສັງຄົມ, ດັ່ງນັ້ນ, ປະຊາຊົນທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂ.

ຮຸຍຮວ່າງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ  ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ