ຫວຽດ​ນາມ - ແບບ​ຢ່າງ​ທີ່​ດີ​ຂອງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄູນ​ຄ່າ​ມໍ​ລະ​ດົກ​ໂລກ

(VOVWORLD) - ຄະນະກຳມະການມໍລະດົກໂລກ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນສຳເລັດ ເຊິ່ງ ຫວຽດນາມບັນລຸໄດ້ໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ນັບແຕ່ເວລາມໍລະດົກໄດ້ຮັບການຈົດທະບຽນແຕ່ປີ 2010 ມາຮອດປັດຈຸບັນ. 
ຫວຽດ​ນາມ - ແບບ​ຢ່າງ​ທີ່​ດີ​ຂອງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄູນ​ຄ່າ​ມໍ​ລະ​ດົກ​ໂລກ - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການມໍລະດົກໂລກ
(ພາບ: ຄະນະຜູ້ແທນສະໜອງ)

ວັນທີ 24 ກໍລະກົດ, ຢູ່ກອງປະຊຸມຄັ້ງທີ 46 ຂອງ ຄະນະກຳມະການມໍລະດົກໂລກ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ New Delhi, ອິນເດຍ, ທ່ານປະທານຄະນະກຳມະການມໍລະດົກໂລກ ໄດ້ຮັບຮອງເອົາຂໍ້ຕົກລົງ ເຫັນດີຢ່າງເປັນທາງການກັບບັນດາເນື້ອໃນທີ່ຫວຽດນາມ ສະເໜີກ່ຽວກັບການກຳນົດທິດ, ວິໄສທັດການຄົ້ນຄ້ວາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໂລກ ເຂດ ພະລາຊະວັງ ແທັງລອງ.

ຄະນະກຳມະການມໍລະດົກໂລກ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນສຳເລັດ ເຊິ່ງ ຫວຽດນາມບັນລຸໄດ້ໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ນັບແຕ່ເວລາມໍລະດົກໄດ້ຮັບການຈົດທະບຽນແຕ່ປີ 2010 ມາຮອດປັດຈຸບັນ. ທ່ານ ຮ່າກິມງອກ ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ຢັ້ງຢືນຄວາມໝາຍພິເສດຂອງເອກະສານ “ບຸລິມະສິດຂອງທຸກບຸລິມະສິດ”, ທ່ານເນັ້ນໜັກວ່າ ບັນດາສະມາຊິກຄະນະກຳມະການມໍລະດົກໂລກ ຕີລາຄາສູງຈິດໃຈ ເຄັ່ງຄັດ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຮ່ວມມື, ຮ່ວມເດີນທາງກັບ ສູນມໍລະດົກໂລກ, ICOMOS ເພື່ອປະຕິບັດຄວາມມຸ່ງຫວັງຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ມໍລະດົກໂລກ, ປະຕິບັດຕາມຄຳໝັ້ນສັນຍາຂອງ ຫວຽດນາມ, ເສີມຂະຫຍາຍຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ