ຫວຽດ​ນາມ - ແຟງ​ລັງ ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ນ້ຳ

(VOVWORLD) -ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ແຟງລັງ ຈັດກອງປະຊຸມສຳມະນາມາດຕະການກ່ຽວກັບຂະແໜງນ້ຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຫວຽດ​ນາມ - ແຟງ​ລັງ ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ນ້ຳ - ảnh 1ກອງປະຊຸມສຳມະນາ (ພາບ: hanoimoi.com.vn)

ວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ແຟງລັງ ຈັດກອງປະຊຸມສຳມະນາມາດຕະການກ່ຽວກັບຂະແໜງນ້ຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ແຟງລັງ Antti Kurvinen ແລະ ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເລກົງແທ່ງ ໄດ້ເປັນປະທານກອງປະຊຸມສຳມະນາ.

        ທີ່ກອງປະຊຸມສຳມະນາ, ຕາງໜ້າສະຫະສະມາຄົມຊັບພະຍາກອນນ້ຳ, ບໍລິສັດ, ວິສາຫະກິດຂອງ ແຟງລັງ ໄດ້ແບ່ງປັນບົດຮຽນປະສົບການຄຸ້ມຄອງຊັບພະຍາກອນນ້ຳ; ມາດຕະການສະໜອງນ້ຳບາດານ; ເຕັກນິກສ້າງມາດຕະການໃນຂະແໜງນ້ຳ ແລະ ສິ່ງແວດລ້ອມ; ບັນດາມາດຕະການອານຸລັກຮັກສາແຫຼ່ງນ້ຳສະອາດຮັບໃຊ້ຊີວິດປະຈຳວັນ. ແບ່ງປັນທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າສະຫະສະມາຄົມຊັບພະຍາກອນນ້ຳ ແຟງລັງ ໃຫ້ຮູ້ວ່າ ການນຳໃຊ້ນ້ຳຢ່າງມີປະສິດທິຜົນບໍ່ພຽງແຕ່ຊ່ວຍປະຢັດແຫຼ່ງຊັບພະຍາກອນນ້ຳເທົ່ານັ້ນ ຫາກຍັງປະຢັດພະລັງງານ ແລະ ຊັບພະຍາກອນອື່ນໆອີກດ້ວຍ. ແຟງລັງໄດ້ຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຄຸ້ມຄອງແຫຼ່ງນ້ຳເພື່ອຕິດຕາມແຫຼ່ງນ້ຳໃຊ້ໄດ້ຢ່າງລະອຽດ. ນັ້ນກໍແມ່ນຂໍກຸນແຈນໍາມາເຊິ່ງປະສິດທິຜົນໃຫ້ແກ່ລັດໃນການຄຸ້ມຄອງ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນການນຳໃຊ້ນ້ຳສະອາດ.


ຕອບກັບ

ຂ່າວ/ບົດ​ອື່ນ