ຫວຽດ​ນາມ ແມ່ນ ສະ​ຖານ​ທີ່​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ເຫດ​ການເຄື່ອນ​ໄຫວເພື່ອ​ສັນ​ຕິ​ພາບ​ຢູ່ ອາ​ຊີ

(VOVWORLD) -ໃນລະຫວ່າງວັນທີ 16 – 17 ທັນວາ ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສເຄື່ອນທີ່ເພື່ອສັນຕິພາບຄັ້ງທີ 5 ຂອງອົງການການນຳເພື່ອສັນຕິພາບດ້ວຍຫົວຂໍ້ “ສິ່ງແວດລ້ອມ ແລະ ສັນຕິພາບ”.
ຫວຽດ​ນາມ ແມ່ນ ສະ​ຖານ​ທີ່​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ເຫດ​ການເຄື່ອນ​ໄຫວເພື່ອ​ສັນ​ຕິ​ພາບ​ຢູ່ ອາ​ຊີ - ảnh 1

ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການນະຄອນຮ່າໂນ້ຍ ໄດ້ແລກປ່ຽນກັບ ທ່ານ  Jean Pierre Raffarin  ປະທານອົງການການນຳເພື່ອສັນຕິພາບ (ພາບ: Hanoimoi.com.vn)

ອົງການການນຳເພື່ອສັນຕິພາບປາດຖະໜາວ່າ ຜ່ານເຫດການນີ້ເພື່ອຍົກສູງຄວາມຮັບຮູ້ຂອງໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສົ່ງເສີມບັນດາວິທີການສຳຜັດກັບຂໍ້ລິເລີ່ມເພື່ອ ຈາກນັ້ນແມ່ນບັນດາຝ່າຍທີ່ກ່ຽວຂ້ອງຈະສ້າງຜົນສະທ້ອນຕໍ່ ບົນເວທີສາກົນ. ທ່ານ Jean Pierre Raffarin ອະດີດນາຍົກລັດຖະມົນຕີ ຝລັ່ງ, ປະທານອົງການການນຳເພື່ອສັນຕິພາບ, ເນັ້ນໜັກວ່າ: ໜຶຶ່ງໃນບັນດາເນື້ອໃນທີ່ໄດ້ຍົກອອກຢູ່ເວທີປາໄສເຄື່ອນທີ່ກ່ຽວກັບສັນຕິພາບຄັ້ງທີ 5 ແມ່ນປົກປັກຮັກສາແມ່ນ້ຳຂອງ. ທ່ານກ່າວວ່າ:

        ນີ້ເປັນຄັ້ງທຳອິດທີ່ ຫົວຂໍ້ກ່ຽວກັບສິ່ງແວດລ້ອມໄດ້ຮັບການຄັດເລືອກ. ພວກຂ້າພະເຈົ້າໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບບັນຫາສິ່ງແວດລ້ອມ, ເພື່ອປົກປັກຮັກສາແມ່ນ້ຳຂອງ. ຜ່ານບັນດາການເຄື່ອນໄຫວທີ່ໄດ້ຈັດຕັ້ງຢູ່ ຫວຽດນາມ, ພວກຂ້າພະເຈົ້າຢາກສ້າງສະຕິຄວາມຮັບຜິດຊອບຂອງບັນດາປະເທດ ກ່ຽວກັບຄວາມສຳຄັນຂອງ ແມ່ນ້ຳຂອງ ແລະ ຊີວະນາໆພັນ.

        ການເຄື່ອນໄຫວທີ່ດຳເນີນໃນຂອບເຂດເວທີປາໄສເຄື່ອນທີ່ເພື່ອສັນຕິພາບຄັ້ງທີ 5 ໄດ້ເນັ້ນໜັກເປັນພິເສດເຖິງບົດບາດຂອງ ໄວໜຸ່ມ, ໃນນັ້ນມີໄວໜຸ່ມ ຫວຽດນາມໃນການຊຸກຍູ້ສັນຕິພາບໃນໂລກ. ຕາມທ່ານ Jean Pierre Raffarin ແລ້ວ, ຫວຽດນາມພວມສວມບົດບາດ ແລະ ມີສຽງເວົ້ານັບມື້ນັບສຳຄັນໃນການບໍລິຫານທົ່ວໂລກ ແລະ ນີ້ກໍ່ແມ່ນໜຶ່ງໃນບັນດາເຫດຜົນ ທີ່ ອົງການການນຳເພື່ອສັນຕິພາບເລືອກເອົາ ຫວຽດນາມ ເປັນບ່ອນເປີດສາກໃຫ້ແກ່ບັນດາເຫດການເຄື່ອນໄຫວເພື່ອສັນຕິພາບຢູ່ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ