ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

(VOVWORLD) - ນັບແຕ່ເວລາເຂົ້າຮ່ວມອາຊຽນ ໃນປີ 1995, ຫວຽດນາມ ມີການປະກອບສ່ວນສຳຄັນໃນ 3 ຂີດໝາຍໃຫຍ່ລວມມີ: ປະທານຄະນະປະຈຳ ອາຊຽນ ອາຍຸການ 2000 – 2001, ປະທານອາຊຽນໃນປີ 2010 ແລະ 2020. 
ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື - ảnh 1ທ່ານ Lee Jang-keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ (ພາບ: VOV )

ພາຍຫຼັງການສ້າງຕັ້ງມາເປັນເວລາ 57 ປີ (08/08/1967-08/08/2024), ອາຊຽນໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາອົງການພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ. ໃນຜົນສຳເລັດນັ້ນມີການປະກອບສ່ວນສຳຄັນຂອງ ຫວຽດນາມ, ພິເສດແມ່ນໃນການກຳນົດບັນດາວິໄສທັດຍຸດທະສາດ ຂອງກຸ່ມ ແລະ ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃຫຍ່.

ນັບແຕ່ເວລາເຂົ້າຮ່ວມອາຊຽນ ໃນປີ 1995, ຫວຽດນາມ ມີການປະກອບສ່ວນສຳຄັນໃນ 3 ຂີດໝາຍໃຫຍ່ລວມມີ: ປະທານຄະນະປະຈຳ ອາຊຽນ ອາຍຸການ 2000 – 2001, ປະທານອາຊຽນໃນປີ 2010 ແລະ 2020. ບັນດາການປະກອບສ່ວນນີ້ຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງທີ່ສຸດຈາກບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື. ທ່ານ Lee Jang-keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ ໃຫ້ຂໍ້ສັງເກດວ່າ:

ໂດຍແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕແຖວໜ້າໃນອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ. ຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດຊີ້ນຳນຳພາສຳຄັນ ໂດຍໄດ້ຮັບການຕີລາຄາສູງຈາກບັນດາປະເທດ ໃນອາຍຸການດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ໃນສະພາບການທີ່ເກີດພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ