ຫວຽດນາມ ແມ່ນຄູ່ຮ່ວມມື ແລະ ແມ່ນຕະຫຼາດສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງ ສ.ເຊັກໂກ

(VOVWORLD) - ລັດຖະບານ ສ.ເຊັກໂກ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມື ແລະ ແມ່ນຕະຫຼາດສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
ຫວຽດນາມ ແມ່ນຄູ່ຮ່ວມມື ແລະ ແມ່ນຕະຫຼາດສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງ ສ.ເຊັກໂກ - ảnh 1 (ທີ່ການພົບປະ)

        ຕອນບ່າຍວັນທີ 22 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ເຢືອງຮ່ວາຍນາມ, ໄດ້ເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກໂກ Jozef Sikela, ເນື່ອງໃນໂອກາດລັດຖະບານ ເຊັກໂກ ສະເໜີໃຫ້ທ່ານຮັບດຳລົງຕຳແໜ່ງກຳມະການຄະນະກຳມະເອີລົບ (ອີຊີ) ຂອງ ສ.ເຊັກໂກ ຢ່າງເປັນທາງການ.

        ທີ່ການພົບປະ, ທ່ານລັດຖະມົນຕີ Jozef Sikela ຢືນຢັນວ່າ, ລັດຖະບານ ສ.ເຊັກໂກ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມື ແລະ ແມ່ນຕະຫຼາດສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ທ່ານສະແດງຄວາມປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ນັກລົງທຶນຂອງ ສ.ເຊັກໂກ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ. ທ່ານກໍ່ປາດຖະໜາໃຫ້ 2 ຝ່າຍສົມທົບກັນຈັດກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍໄຕມາດທີ 4 ປີ 2024 ໃຫ້ເປັນຢ່າງດີ.

        ສ່ວນທ່ານເອກອັກຄະລັດຖະທູດ ເຢືອງຮ່ວາຍນາມ ປາດຖະໜາວ່າ, ໃນຖານະຕຳແໜ່ງກຳມະການຄະນະກຳມະການ ເອີລົບ, ທ່ານລັດຖະມົນຕີ Jozef Sikela ຈະສືບຕໍ່ສະໜັບສະໜູນ ຫວຽດນາມ, ກໍຄືການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ, ພິເສດແມ່ນເອົາໃຈໃສ່, ຊຸກຍູ້ໃຫ້ຄະນະກຳມະການ ເອີລົບ ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳຂອງ ຫວຽດນາມ, ຮັບຮູ້ຂໍ້ກຳນົດດ້ານເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ ແລະ ສະເໜີໃຫ້ບັນດາສະມາຊິກ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ