ຫວຽດນາມ ແມ່ນຄູ່ຮ່ວມມືຂອງລັດເຊຍໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ

(VOVWORLD) -  ວັນທີ 9 ຕຸລາ, ພາຍຫຼັງເຂົ້າຮ່ວມກອງປະຊຸມຄັ້ງທີ 16 ຂອງສະໂມສອນປຶກສາຫາລືສາກົນ Valdai ທີ່ຖືກຈັດຂຶ້ນຢູ່່ Sochi ປະເທດລັດເຊຍ, ທ່ານປະລິນຍາເອກດ້ານວິທະຍາສາດການເມືອງ Ivan Timofeev ຜູ້ອໍານວຍການໂຄງການຂອງສະພາ ລັດເຊຍ ກ່ຽວກັບບັນດາບັນຫາສາກົນ (RIAC) ໄດ້ຕອບສໍາພາດຕໍ່ນັກຂ່າວຫວຽດນາມ ປະຈໍາ ມົດສະກູ ກ່ຽວກັບບົດບາດຂອງຫວຽດນາມ ແລະ ອາຊຽນ ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍ.
ຫວຽດນາມ ແມ່ນຄູ່ຮ່ວມມືຂອງລັດເຊຍໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ - ảnh 1 ທ່ານປະລິນຍາເອກດ້ານວິທະຍາສາດການເມືອງ Ivan Timofeev ຜູ້ອໍານວຍການໂຄງການຂອງສະພາ ລັດເຊຍ ກ່ຽວກັບບັນດາບັນຫາສາກົນ (ພາບ: TTXVN)

        ເມື່ອເຕື້ອງເຖິງບົດບາດຂອງ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍນັ້ນ, ນັກຊ່ຽວຊານ Ivan Timofeev ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍເນັ້ນໜັກວ່າ ອາຊຽນ ແມ່ນປັດໄຈສໍາຄັນ ມີບົດບາດເປັນໃຈກາງຢູ່ພາກພື້ນ ອາຊີ - ປາຊີຟິກ. ຕາມທ່ານ Ivan Timofeev ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືຂອງ ລັດເຊຍ ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ແລະ ສອງປະເທດປະຫວັດການພົວພັນຄູ່ຮ່ວມມືຢ່າງເປັນມູູນເຊື້ອທີ່ດີງາມ.

        ທ່ານປະລິນຍາເອກ Ivan Timofeev ຖືວ່າ ການຮ່ວມມືສອງຝ່າຍໃນຂົງເຂດການທະຫານ ແລະ ເຕັກນິກ-ການທະຫານ ກໍຄືໃນຂົງເຂດພະລັງງານ, ຂຸດຄົ້ນນໍ້າມັນອາຍແກັດ ກໍມີແງ່ຫວັງຫຼາຍທີ່ສຸດ, ບໍ່ພຽງແຕ່ມີການລົງທຶນຂອງລັດເຊຍ ຢູ່ຫວຽດນາມ ເທົ່ານັ້ນ, ຫາກ ຫວຽດນາມກໍລົງທຶນເຂົ້າຕະຫຼາດ ລັດເຊຍ ອີກດ້ວຍ. 


ຕອບກັບ

ຂ່າວ/ບົດ​ອື່ນ