ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ EU

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ EU - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/03 ຈະ​ມາ​ເຖິງ, ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ຈະ​ດຳ​ເນີນ​ຮອບ​ເຈລະຈາ​ຄັ້ງ​ທີ 12 ຢູ່​ຮ່າ​ໂນ​້ຍ ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (EVFTA). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮອບ​ເຈລະຈາ​ສຸດ​ທ້າຍ​ເພື່ອ​ໃຫ້ 2 ຝ່າຍ​ແກ້​ໄຂ​ບັບດາ​ຄວາມ​ແຕກ​​ໂຕນ ​ເພື່ອ​ມຸ່ງ​ໄປ​ເຖິງ​ຖະ​ແຫຼ​ງການ​ສິ້ນ​ສຸດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ. ທ່ານ Joseph Waldstein Wartenberg, ​ໂຄສົກ​ຂອງ​ຄະນະ​ກຳມະການ​ກາ​ນຄ້າ ສັງກັດ​ຄະນະ​ກຳມະການ​ເອີ​ລົບ (EC) ຢືນຢັນ​ວ່າ, ຫວຽດນາມ ​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ EU ​ແລະ ​ເລື່ອງ​ລົງ​ນາມ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື, ກໍ່​ຄື​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ ​ແມ່ນບັນດາ​ການ​ກະທຳ​ທີ່​ຕັ້ງໜ້າ​ໃນ​ການ​ພົວພັນ 2 ຝ່າຍ. ທ່ານ Wartenberg ກໍ່​ເນັ້ນ​ໜັກ​ວ່າ, ປີ 2015 EU ​ແລະ ຫວຽດນາມ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ 2 ຝ່າຍ. EU ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ​ການ​ພົວພັນ​ກັບ​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ຍູ້​ແຮງ​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ. ​ເລື່ອງ​ລົງ​ນາມ​ EVFTA ​ໃນ​ອະ​ນາ​ຄົດ ຈະ​ປະກອບສ່ວນຊຸກຍູ້ການ​ເຕີບ​ໂຕ ​ແລະ ວຽກ​ເຮ​ັດງານ​ທຳ​ໃຫ້​ທັງ​ຫວຽດນາມ ​ແລະ EU ອີກ​ດ້ວຍ.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ, ທ່ານ Wartenberg​ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ພັດທະນາ​ໄວສຸດ​ໃນ​ພາກ​ພື້ນ​ອາ​ຊຽນ, ສະ​ນັ້ນ, EU ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຫວຽດນາມ ຜ່ານ FTA.

ຂ່າວ/ບົດ​ອື່ນ