ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍື​ນ​ຍົງ ແລະ ແມ່ນ​ຈຸດ​ນັດ​ພົບ​ໃນ​ການ​ລົງ​ທຶນ​ຂອງ EU ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ໜັງສືພິມ “EU Today” ຢັ້ງຢືນວ່າ ພື້ນຖານເສດຖະກິດ ຫວຽດນາມ ປັດຈຸບັນແມ່ນຕ່ອງໂສ້ສຳຄັນ ໃນລະບົບສະໜອງ ແລະ ມຸນຄ່າເສດຖະກິດພາກພື້ນ ອາຊຽນ ດ້ວຍທ່າໄດ້ປຽບຫຼາຍຢ່າງ
ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍື​ນ​ຍົງ ແລະ ແມ່ນ​ຈຸດ​ນັດ​ພົບ​ໃນ​ການ​ລົງ​ທຶນ​ຂອງ EU ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ມີສັນຍານຟື້ນຟູການແລກປ່ຽນການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ EU

ໃນຊຸມວັນຜ່ານມາ, ສື່ມວນຊົນ ແບນຊິກໄດ້ລົງບົດຂຽນຕີລາຄາສູງ ການຢ້ຽມຢາມເອີລົບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ເວັບໄຊການເມືອງເອີລົບ - ສື່ເອເລັກໂຕນິກ “EU Today” ຂອງແບນຊິກໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ ເພີ່ມທະວີການພົວພັນກັບ ອາຊຽນ - ບຸລິມະສິດຍຸດທະສາດຂອງສະຫະພາບເອີລົບ (EU)” ໄດ້ເນັ້ນໜັກເຖິງທີ່ຕັ້ງ, ບົດບາດຂອງ ອາຊຽນ, ໃນນັ້ນມີ ຫວຽດນາມ, ໃນວິວັດການວາງແຜນກຳນົດນະໂຍບາຍພາກພື້ນຄືນໃໝ່ ຂອງ EU ເພື່ອແນໃສ່ຮັກສາພື້ນຖານເສດຖະກິດເປັນປົກກະຕິ ແລະ ຮັກສາທີ່ຕັ້ງສາກົນຂອງເອີລົບ. ບົດຂຽນໄດ້ຊີ້ອອກ 4 ຂົງເຂດຮ່ວມມືຄວນຊຸກຍູ້ໃນການພົວພັນສອງຝ່າຍ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ ແລະ ນະໂຍບາຍປ້ອງກັນຄວາມສະຫງົບ. ໜັງສືພິມ “EU Today” ຢັ້ງຢືນວ່າ ພື້ນຖານເສດຖະກິດ ຫວຽດນາມ ປັດຈຸບັນແມ່ນຕ່ອງໂສ້ສຳຄັນ ໃນລະບົບສະໜອງ ແລະ ມຸນຄ່າເສດຖະກິດພາກພື້ນ ອາຊຽນ ດ້ວຍທ່າໄດ້ປຽບຫຼາຍຢ່າງ, ຄື: ສະພາບແວດລ້ອມມະຫາພາກເປັນປົກກະຕິ, ພື້ນຖານເສດຖະກິດມີຄວາມຂະຫຍັນຂັນເຄື່ອນ, ຕະຫຼາດຊົມໃຊ້ນັບມື້ນັບເປີດກວ້າງ, ສະພາບການດ້ານການເມືອງເປັນປົກກະຕິ, ມີຄວາມເປັນເອກະພາບໃນນະໂຍາບາຍພັດທະນາເສດຖະກິດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ສື່ມວນຊົນແບນຊິກລ້ວນແຕ່ຖືວ່າ ການຢ້ຽມຢາມປະເທດແບນຊິກຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນລະຫວ່າງວັນທີ 13 ຫາ 15 ທັນວາ ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ແນ່ນອນວ່າ ຈະແມ່ນຂີດໝາຍໃໝ່ ແລະ ກຳລັງໜູນເພື່ອຊຸກຍູ້ການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ