ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງຝລັ່ງ ຢູ່ອາຊີ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງຝລັ່ງ ຢູ່ອາຊີ - ảnh 1
(​ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande)

(vovworld) – “ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ຫວຽດນາມ, ຂ້າພະ​ເຈົ້າ​ຈະ​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ ​ໃນ​ປີ 2014 ນີ້ ​ແລະ ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນຕີຫວຽດນາມ”. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ປະຈຳ​ຝລັ່ງ ທີ່​ການ​ຕ້ອນຮັບ​ອວຍພອນ​ປີ​ໃໝ່ ປິ​ມະ​ເມຍ 2014 ບັນດາ​ປະຊາ​ຄົມ​ອາຊີ ປະຈຳ​ຝລັ່ງ ​ໂດຍ​ວັງ Elysse ຈັດ​ຕັ້ງ​ໃນ​ຕອນ​ຄໍ່າ​ວັນ​ທີ 12/02. ຕາມ​ທ່ານປະທານາທິບໍດີ​ Francois Hollande ​ແລ້ວ, ຄວາມ​​ແຮງ​ກ້າ​ແມ່ນ​ຈຳ​ເປັນ ​ເພື່ອ​ສ້າງ​ບັນດາ​ບ້າ​ດກ້າວ​ພັດທະນາ, ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃໝ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານປະທານາທິບໍດີ​ Francois Hollande ​ເວົ້າ​ວ່າ.

        “ຫວຽດນາມ ​ແລະ ຝລັ່ງ ພວມ​ຮ່ວມ​ມື​ດ້ານ​ວັດທະນະທຳ. ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ກັບ​ຫວຽ​ດນາມ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ​ໃນ​ກຸ່ມ​ບັນດາ​ປະ​ເທດໃຊ້​ພາສາ​ຝລັ່ງ. 2 ປະ​ເທດ​ພວກ​ເຮົາ​ມີ​ຄວາມ​ຜຸ​ກ​ພັນ​ ຍ້ອນ​ມີ​ປະ​ຫວັດ​ສາດ​ຮ່ວມ, ຍ້ອນ​ທັງ 2 ຝ່າຍ​ມີ​ການ​ທົດ​ສອບ​ໃນ​ອະດີດຕະການ ​ແລະ ຍ້ອນ​ປະຊາຊົນ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ພວມ​ເຄື່ອນ​ໄຫວ​ຢ່າງຕັ້ງ​ໜ້າ​ຢູ່​ທີ່​ນີ້.”

        ສ່ວນ​ທ່ານ Pascal Deguilhem, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ຝລັ່ງ - ຫວຽດນາມ ​ໃນສະພາ​ແຫ່ງ​ຊາດ​ຝລັ່ງ ​ເນັ້ນ​ໜັກ​ວ່າ.

        “ປີ​ຝລັ່ງ ຢູ່ ຫວຽດນາມ ​ແລະ ປີຫວຽດນາມ ຢູ່ ຝລັ່ງ ຈະ​ຊ່ວຍ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ, ນັບ​ທັງ​ທາງ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດຢ່າງ​ໝັ້ນຄົງ. ສະ​ເພາະ​ການ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ ນັບມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ປີ 2014, ກຸ່ມ​ສະມາຊິກ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ.”

ຂ່າວ/ບົດ​ອື່ນ