ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍຂອງ ອົດສະຕາລີ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ການຢ້ຽມຢາມຂອງນາຍົກລັດຖະມົນຕີ ອົດສະຕາລີ ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຫຼາຍກວ່າໃນອະນາຄົດ.
ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍຂອງ ອົດສະຕາລີ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1(ທ່ານສາດສະດາຈານ Gordon Flake)

        ວັນທີ 03 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ຈະມາຢ້ຽມຢາມ ຫວຽດນາມ ເປັນເວລາ 2 ວັນ. ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງ ທ່ານ Anthony Albanese ໃນຖານະເປັນນາຍົກລັດຖະມົນຕີ. ບັນດານັກຊ່ຽວຊານ ອົດສະຕາລີ ຖືວ່າ, ການຢ້ຽມຢາມນີ້ສະແດງໃຫ້ເຫັນເລື່ອງ ອົດສະຕາລີ ຖືເປັນສຳຄັນ ແລະ ປາດຖະໜາຢາກຍູ້ແຮງການພົວພັນກັບ ຫວຽດນາມ ຫຼາຍກວ່າເກົ່າ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອົດສະຕາລີ, ທ່ານສາດສະດາຈານ Gordon Flake, ຫົວໜ້າສູນຄົ້ນຄວ້າ Perth ອາເມລິກາ - ອາຊີ, ສັງກັດມະຫາວິທະຍາໄລ ອົດສະຕາລີ ຕາເວັນຕົກ ໃຫ້ຮູ້ວ່າ, ການຢ້ຽມຢາມຂອງນາຍົກລັດຖະມົນຕີ ອົດສະຕາລີ ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຫຼາຍກວ່າໃນອະນາຄົດ. 2 ປະເທດນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນຂອງກັນ ນັບທັງແງ່ມູມຍຸດທະສາດ ແລະ ເສດຖະກິດ.

ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍຂອງ ອົດສະຕາລີ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 2(ທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄວ້ານະໂຍບາຍ ອົດສະຕາລີ - ຫວຽດນາມ)

        ໃນຂະນະນັ້ນ, ທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄວ້ານະໂຍບາຍ ອົດສະຕາລີ - ຫວຽດນາມ, ໃຫ້ຮູ້ວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese ຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເມື່ອຈະສ້າງກາລະໂອກາດເພື່ອໃຫ້ການນຳ 2 ປະເທດເພີ່ມທະວີການເຊື່ອມຕໍ່ ແລະ ປືກສາຫາລືກ່ຽວກັບບັນດາບັນຫາສຳຄັນໃນການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ