ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຈັດສັບປະດາ NASA- Vietnam Space Week

(VOVWORLD) - ທີ່ສັບປະດານີ້ໄດ້ວາງສະແດງບັນດາຜົນງານ ແລະ ການປະກອບສ່ວນຂອງ NASA ໃນການຄົ້ນຄວ້າຫ່ວງອາວະກາດ, ຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ດ້ວຍບັນດາຂໍ້ລິເລີ່ມໃໝ່ສຸດ.
ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຈັດສັບປະດາ NASA- Vietnam Space Week - ảnh 1ກອງປະຊຸມຖະແຫຼງຂ່າວ
(ພາບ: baohaugiang.com.vn)

        ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດກອງປະຊຸມຖະແຫຼງຂ່າວສັບປະດາ NASA ຢູ່ (Vietnam Space Week). ນີ້ແມ່ນຄັ້ງທຳອິດສັບປະດານີ້ໄດ້ຜັນຂະຫຍາຍຢູ່ປະເທດ 1 ຢູ່ ອາຊີຕາເວັນອອກສ່ຽງໃຕ້. ລາຍການໂດຍຄະນະກຳມະການປະຊາຊົນຂອງບັນດາແຂວງ ເຮົາຢາງ, ບິ່ງດິ້ງ, ນະຄອນ ທູດຶກ (ນະຄອນ ໂຮ່ຈີມິນ) ແລະ ສະມາຄົມຄອມພິວເຕີ ໂຮ່ຈີມິນ ສົມທົບກັນຈັດຂຶ້ນ ດ້ວຍການໜູນຊ່ວຍຂອງອົງການການບິນ ແລະ ອາວະກາດ ອາເມລິກາ (NASA).

        ທີ່ສັບປະດານີ້ໄດ້ວາງສະແດງບັນດາຜົນງານ ແລະ ການປະກອບສ່ວນຂອງ NASA ໃນການຄົ້ນຄວ້າຫ່ວງອາວະກາດ, ຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ດ້ວຍບັນດາຂໍ້ລິເລີ່ມໃໝ່ສຸດ. ພິເສດ, ຜູ້ເຂົ້າຮ່ວມຈະໄດ້ພົບປະ, ແລກປ່ຽນກັບບັນດາອະດີດນັກບິນອາວະກາດຂອງ NASA; ຊອກຮູ້ການເຄື່ອນໄຫວຄົ້ນຫາອາວະກາດ ແລະ ບັນດາການເຄື່ອນໄຫວສຶກສາ STEM (ວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະ ວິຊາເລກ).

        ສັບປະດາ NASA ຢູ່ ຫວຽດນາມ ຈະຈັດຂຶ້ນຢູ່ 3 ທ້ອງຖິ່ນ, ແມ່ນ: ນະຄອນ ວິແທັງ, ແຂວງ ເຮົາຢາງ ແຕ່ວັນທີ 05 – 06 ມິຖຸນາ; ນະຄອນ ທູດຶກ, ນະຄອນ ໂຮ່ຈີມິນ ໃນວັນທີ 07 ມິຖຸນາ ແລະ ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ ໃນວັນທີ 08-09 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ