ຫວຽດນາມ ແມ່ນປະເທດທຳອິດໃນ “ຂໍ້ລິເລີ່ມຮ່ວມມືດ້ານກິລາ ແລະ ການແພດຊຸມຊົນ”

(VOVWORLD) - ທ່ານນາງ Susanne Gaerte, ໄດ້ຕີລາຄາສູງຄວາມເອົາໃຈໃສ່ຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ຂົງເຂດກິລາສຳລັບທຸກໆຄົນ
ຫວຽດນາມ ແມ່ນປະເທດທຳອິດໃນ “ຂໍ້ລິເລີ່ມຮ່ວມມືດ້ານກິລາ ແລະ ການແພດຊຸມຊົນ” - ảnh 1ທີ່ການເຮັດວຽກ
(ພາບ: voc.org.vn)

        ຕອນບ່າຍວັນທີ 07 ພະຈິກ, ຢູ່ ຮ່າໂນ້ຍ, ຄະນະພະນັກງານຂອງອົງການສາທາລະສຸກສາກົນ PATH ໂດຍທ່ານນາງ Susanne Gaerte, ນັກຄຸ້ມຄອງຂັ້ນສູງ Olympism 365 ຄະນະກຳມະການ Olympic ສາກົນ, ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຜູ້ຕາງໜ້າກົມກິລາກາຍຍະກຳ ຫວຽດນາມ ກ່ຽວກັບ “ຂໍ້ລິເລີ່ມຮ່ວມມືດ້ານກິລາ ແລະ ການແພດຊຸມຊົນ”.

        “ຂໍ້ລິເລີ່ມຮ່ວມມືດ້ານກິລາ ແລະ ການແພດຊຸມຊົນ” ເພື່ອແນໃສ່ສ້າງບັນດາກຸ່ມປະເທດລວມມີບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບການແພດ ແລະ ກິລາ ຢ່າງໜ້ອຍສຸດແມ່ນ 5 ປະເທດ ເພື່ອພ້ອມກັນປະຕິບັດບັນດາໂຄງການຊຸມຊົນ ກ່ຽວຂ້ອງເຖິງກິລາ. ເປົ້າໝາຍແມ່ນມຸ່ງໄປເຖິງມີ 1 ລ້ານຄົນໄດ້ເຂົ້າເຖິງກາລະໂອກາດຍົກສູງສຸຂະພາບຜ່ານກິລາ. ຫວຽດນາມ ແມ່ນໜຶ່ງໃນຈຳນວນ 5 ປະເທດໄດ້ເຕື້ອງເຖິງ ແລະ ແມ່ນປະເທດທຳອິດຂອງຂໍ້ລິເລີ່ມດັ່ງກ່າວ.

        ທີ່ການເຮັດວຽກ, ທ່ານນາງ Susanne Gaerte, ໄດ້ຕີລາຄາສູງຄວາມເອົາໃຈໃສ່ຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ຂົງເຂດກິລາສຳລັບທຸກໆຄົນ ແລະ ຢືນຢັນວ່າ ນີ້ຈະແມ່ນການເປີດສາກທີ່ສະດວກໃຫ້ແກ່ການຜັນຂະຫຍາຍຂໍ້ລິເລີ່ມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ