ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.
ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ - ảnh 1ຮະລອງ - ກວາງນິງ, ສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈຂອງ ຫວຽດນາມ (ພາບ: hanoimoi.com.vn)

Wanderlust (ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອັງກິດ) ຫາກໍປະກາດວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.

ຕາມວາລະສານ Wanderlust ແລ້ວ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈເມື່ອມາທ່ຽວຊົມຄວາມຫຼາກຫຼາຍສີສັນຂອງແຂວງຕ່າງໆ ຢູ່ ຫວຽດນາມ ຄື  ຮ່າໂນ້ຍ, ໂຮ້ຍອານ, ເຫວະ, ນະຄອນ ໂຮ່ຈີມິນ… ຄວາມສວຍສົດງົດງາມຂອງທຳມະຊາດ ຫວຽດນາມ ແມ່ນມີຢູ່ທົ່ວທຸກແຖບຖິ່ນໃນທົ່ວປະເທດ.  ອ່າວ ຮະລອງ (ແຂວງ ກວ໋າງນິງ ທີ່ມີຊື່ສຽງ, ອ່າວ ລານຮະ (ຫ໋າຍຟ່ອງ ກໍມີຄວາມດູດດື່ມທີ່ບໍ່ນ້ອຍໜ້າກວ່າແຫ່ງອື່ນ. ແຂກທ່ອງທ່ຽວ ສາມາດຮັບຊົມລະບົບຖ້ຳທີ່ມີຄວາມງາມເລິກລັບມະຫັດສະຈັນ, ພິເສດແມ່ນ ຖ້ຳ ເຊີນດອງ ຢູ່ແຂວງ ກວ໋າງບິ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ