ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ທີ່​ເໝາະ​ສົມທີ່​ສຸດ​ໃນ​ໂລກ ສຳ​ລັບ​ຊາວ​ຕ່າງ​ປະ​ເທດ

(VOVWORLD) - ຫວຽດນາມ ແມ່ນປະເທດມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກ ສຳລັບຊາວຕ່າງປະເທດ, ຢືນຢູ່ອັນດັບທີ 1 ໃນຈຳນວນ 53 ສະຖານທີ່ນັດພົບ ເມື່ອເວົ້າເຖິງການເງິນສ່ວນຕົວ.
ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ທີ່​ເໝາະ​ສົມທີ່​ສຸດ​ໃນ​ໂລກ ສຳ​ລັບ​ຊາວ​ຕ່າງ​ປະ​ເທດ - ảnh 1ຊາວຕາງປະເທດ ໄປຊື້ເຄື່ອງຢູ່ ງານຕະຫຼາດນັດ ໄດ້ຈັດຂຶ້ນຢູ່ ຫວຽດນາມ (ພາບ: TTXVN)

ຕາມບົດລາຍງານ Expat Insider 2024 ແລ້ວ, ໜຶ່ງໃນບັນດາການສຳຫຼວດຊາວຕ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ໂດຍອົງການຈັດຕັ້ງ InterNations ປະຕິບັດ, ຫວຽດນາມ ແມ່ນປະເທດມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກ ສຳລັບຊາວຕ່າງປະເທດ, ຢືນຢູ່ອັນດັບທີ 1 ໃນຈຳນວນ 53 ສະຖານທີ່ນັດພົບ ເມື່ອເວົ້າເຖິງການເງິນສ່ວນຕົວ. ນີ້ກໍ່ແມ່ນປີນີ້ 4 ຢ່າງລຽນຕິດທີ່ ຫວຽດນາມຢືນຢູ່ອັນດັບທີ 1 ກ່ຽວກັບມາດຖານນີ້.

ໃນບົດລາຍງານປະກາດໃນວັນທີ 8 ກໍລະກົດ, ນອກຈາກອັນດັບທີ 1 ກ່ຽວກັບການເງິນສ່ວນຕົວ ໃນຈຳນວນ 53 ສະຖານທີ່ນັດພົບແລ້ວ, ຫວຽດນາມ ກໍ່ຢືນຢູ່ອັນດັບທີ 14 ກ່ຽວກັບບັນດາເງື່ອນໄຂເຮັດວຽກສຳລັບຊາວຕ່າງປະເທດ (ຄວາມຫວັງກ່ຽວກັບອາຊີບ, ເງິນເດືອນ ແລະ ຄວາມໝັ້ນຄົງໃນການເຮັດວຽກ), ຢືນຢູ່ອັນດັບທີ 29 ກ່ຽວກັບບັນດາການບໍລິການທີ່ຈຳເປັນສຳລັບຊາວຕ່າງປະເທດຄືການດຳລົງຊີວິດແບບດີຈີຕອນ, ເຮືອນຢູ່ ແລະ ພາສາ, ຢືນຢູ່ອັນດັບທີ 40 ກ່ຽວກັບຄຸນນະພາບໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ