ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ IPU

(VOVWORLD) -    ຕອນຄ່ຳວັນທີ 01 ພະຈິກ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຫງວຽນວັນເຢົາ ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດຂອງ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU).
ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ IPU - ảnh 1ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: dangcongsan.vn)

ກອງປະຊຸມດັ່ງກ່າວຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 1 ຫາວັນທີ 4 ພະຈິກ ດ້ວຍລາຍການດຳເນີນງານສຳຄັນທີ່ສຸດນັ້ນແມ່ນ ການເລືອກຕັ້ງປະທານ IPU ແທນໃຫ້ທ່ານນາງ Gabriela Cuevas Barron ເຊິ່ງໄດ້ສິ້ນສຸດອາຍຸການໃນເດືອນຕຸລາ 2020. ກອງປະຊຸມດັ່ງກ່າວ ມີການເຂົ້າຮ່ວມຂອງສະມາຊິກລັດຖະສະພາຈຳນວນ 454 ທ່ານ ທີ່ມາຈາກ 144 ຄະນະຜູ້ແທນ.

        ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າໃນກອງປະຊຸມຂອງ ສະພາ IPU, ອັນໄດ້ສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU, ບັນດາເວທີປາໄສຂອງລັດຖະສະພາສາກົນ ແລະ ພາກພື້ນຕ່າງໆ. ຫວຽດນາມ ຢັ້ງຢືນສະໜັບສະໜູນການພັດທະນາຂອງ IPU, ປະຕິບັດຕາມບັນດາຂໍ້ກຳນົດຂອງ IPU ພ້ອມທັງຮັບປະກັນຫຼັກການໝູນວຽນເພື່ອສິດ, ຜົນປະໂຫຍດລວມຂອງບັນດາລັດຖະສະພາສະມາຊິກຂອງ IPU.

        ຄາດວ່າ, ໃນກອງປະຊຸມສະພາບໍລິຫານຄັ້ງນີ້, ບັນດາຜູ້ແທນຈະຮັບຮອງເອົາບົດລາຍງານການເຄື່ອນໄຫວຂອງປະທານ IPU ແລະ ບາງບົດລາຍງານອື່ນໆ. ສະພາບໍລິຫານ IPU ກໍຈະພິຈາລະນາການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 142 ໃນປີ 2021 ຢູ່ Morocco ຖ້າຫາກມີຄວາມເປັນໄປໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ