ຫວຽດນາມ ແມ່ນເສົາຄ້ຳໃນ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ຂອງປະທານາທິບໍດີ Moon Jae –in

(VOVWORLD) - ບົດນຳໄດ້ຢ້ຳຄືນວ່າ ນີ້ແມ່ນຄັ້ງທີ 2 ທີ່ທ່ານປະທານາທິບໍດີ Moon Jae –in ມາ ຫວຽດນາມ ໃນເວລາ 4 ເດືອນຜ່ານມາ
ຫວຽດນາມ ແມ່ນເສົາຄ້ຳໃນ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ຂອງປະທານາທິບໍດີ Moon Jae –in - ảnh 1 ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in

ເນື່ອງໃນໂອກາດການມາຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ຢູ່ ຫວຽດນາມ ແຕ່ວັນທີ 22 – 24 ມີນາ, ວັນທີ 23 ມີນາ, ໜັງສືພິມລາຍວັນ The Korea Times ໄດ້ມີບົດນຳເນັ້ນໜັກການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າທ່ານປະທານາທິບໍດີ Moon Jae – in ຖື ຫວຽດນາມ ເປັນສຳຄັນ ໃນສະພາບການທີ່ທ່ານພວມຊຸກຍູ້ພັດທະນາການພົວພັນກັບບັນດາປະເທດສະມາຊິກ ອາຊຽນ ຕາມ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່” ທີ່ໄດ້ຮັບການປະກາດໃນປີກາຍ.  ບົດນຳໄດ້ຢ້ຳຄືນວ່າ ນີ້ແມ່ນຄັ້ງທີ 2 ທີ່ທ່ານປະທານາທິບໍດີ Moon Jae –in ມາ ຫວຽດນາມ ໃນເວລາ 4 ເດືອນຜ່ານມາ, ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ພ້ອມທັງຊີ້ແຈ້ງວ່າ ວຽກງານນີ້ໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ Moon Jae – in ປາດຖະໜາຢາກຍົກສູງການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່.

        ບົດນຳໄດ້ສະແດງຄວາມຫວັງວ່າ “ການຢ້ຽມຢາມທາງລັດຖະກິດຄັ້ງນີ້ຈະປະກອບສ່ວນເພີ່ມພູນຄູນສ້າງຢ່າງແຮງກ່ວາໃຫ້ແກ່ການພົວພັນກັບ ຫວຽດນາມ - ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້.”

ຕອບກັບ

ຂ່າວ/ບົດ​ອື່ນ