ຫວຽດນາມ ແມ່ນແບບຢ່າງດີເດັ່ນ ສຳລັບການຊຸກຍູ້ ການພັດທະນາກະສິກຳ

ຫວຽດນາມ ແມ່ນແບບຢ່າງດີເດັ່ນ ສຳລັບການຊຸກຍູ້ ການພັດທະນາກະສິກຳ - ảnh 1
ທ່ານລັດຖະມົນຕີ ກາວດຶກຟາດທີ່ວາລະປະຊຸມວິໄສທັດໃຫມ່ໃນກະສິກຳ

ທີ່​ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ “ວິ​ໄສ​ທັດ​ໃຫມ່​ໃນ​ກະສິກຳ” ຊຶ່ງ​ດຳ​ເນີນ​ໄປ​ໃນ​ຂອບ​ເຂດ​ເວທີ​ປາ​​ໄສ​​ເສດຖະກິດ​ໂລກ​ຄັ້ງທີ 42 ຢູ່ Davos, ຫວຽດນາມ ​ໄດ້​ຮັບ​ການ​ຍົກ​ອອກ​​ແມ່ນ​ແບບຢ່າງ​ດີ​ເດັ່ນ​ສຳລັບ​ການ​ຊຸກຍູ້​ການ​ພັດທະນາ​ກະສິກຳ​ຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ. ກ່າວ​ຄຳ​ເຫັນ​ທີ​່ວາລະ​ປະຊຸມ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ແນະນຳ​ການ​ເຄື່ອນ​ໄຫວ​ຂອງ 5 ໝວດ​ວຽກ​ງານ ຊື່​ງລວມມີ: ຊາ,​ ກາ​ເຟ, ຜັກ ໝາກ​ໄມ້, ສິນ​ໃນ​ນ້ຳ ​ແລະ ໝວດ​ສິນຄ້າ​ລວມ ພ້ອມ​ກັບ​ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ຂອງ​ຫວຽດນາມ. ທ່ານລັດຖະມົນຕີ ກາວ​ດຶກ​ຟາດ ຊີ້​ແຈງ​ວ່າ ໝວດ​ວຽກ​ງາ​ນທັງ​ໝົດ ​ລ້ວນ​ແຕ່​ພະຍາຍາມ​ນຳ​ໃຊ້​ຄວາມ​ກ້າວຫນ້າ​ດ້ານ​ເຕັກນິກ​ໃຫມ່ ​ແລະ ມາດຕະຖານ​ກ່ຽວ​ກັບ​ຫລັກ​ອະນາ​ໄມ​ຄວາມ​ປອ​ດໄພ​ດ້ານ​ສະບຽງ​ອາຫານ. ​ໃນ​ສະພາບ​ການ ຫວຽດນາມ ສືບ​ຕໍ່​ຍູ້​ແຮງການ​ພັດທະນາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສ້າງ​ພື້ນ​ຖານ​ເສດຖະກິດ​ຄືນ​ໃຫມ່, ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ໝວດ​ວຽກ​ງານ​ໄດ້​ໄປ​ຖືກ​ທິດ ຍົກ​ສູງ​ມູນ​ຄ່າ ​ເພື່ອ​ບັນລຸ​ຈຸດໝາຍ​ລວມ ​ແມ່ນ​ເພີ່ມ​ລາຍ​ຮັບ​ໃຫ​້​ແກ່​ຊາວ​ກະສິກອນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ກັບ​ສິ່ງ​ແວດ​ລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ