ຫວຽດນາມ ​​ແມ່ນ​ແບບຢ່າງ​ທີ່​ດີ​ໃນ​ການ​ຟື້ນຟູ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ - 19 ຢູ່ ຊີກ​ໂລກ​ໃຕ້

(VOVWORLD) -    ຕາມບົດລາຍງານຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ພື້ນຖານເສດຖະກິດຂອງຫວຽດນາມ ຄາດວ່າຈະບັນລຸການເຕີບໂຕຢູ່ໃນລະດັບ 2,7% ໃນປີ 2020, ແຕ່ອາດຈະມີສັນຍານຟື້ນຟູດີກວ່າໃນໄລຍະພາຍຫຼັງໂລກລະບາດໂຄວິດ - 19. 
ຫວຽດນາມ ​​ແມ່ນ​ແບບຢ່າງ​ທີ່​ດີ​ໃນ​ການ​ຟື້ນຟູ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ - 19 ຢູ່ ຊີກ​ໂລກ​ໃຕ້ - ảnh 1 (ພາບປະກອບ: TTXVN)

    ສິ່ງດັ່ງກ່າວກໍໝາຍຄວາມວ່າ ລະດັບການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ພວມໄວກວ່າ ເມື່ອທຽບໃສ່ຫຼາຍພື້ນຖານເສດຖະກິດໃນພາກພື້ນ ພາຍຫຼັງຄວບຄຸມໂລກລະບາດໄດ້ຢ່າງສໍາເລັດຜົນ. ໃນບົດຂຽນທີ່ໄດ້ລົງໃນເວັບໄຊ moderndiplomacy.eu ຫວ່າງມໍ່ໆມານີ້, ທ່ານສາດສະດາຈານ Pankaj Jha, ຄູສອນ ມະຫາວິທະຍາໄລສາກົນ Jindal, Sonepat ຂອງ ອິນເດຍ ຖືວ່າ: ໃນໄຕມາດ 2/2020, ບັນດາດັດຊະນີພັດທະນາເສດຖະກິດຂອງຫວຽດນາມແມ່ນມີແງ່ຫວັງຫຼາຍຢ່າງ. ຕະຫຼາດ ອາເມລິກາ ກໍພວມມີສັນຍານຟື້ນຟູ ແລະ ຄາດວ່າ ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ຈະບັນລຸລະດັບ 80 ຕື້ USD ໃນຊຸມປີຈະມາເຖິງ. ຍິ່ງໄປກວ່ານັ້ນ, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ໄດ້ ແລະ ກໍາລັງສ້າງເງື່ອນໄຂດີກວ່າ ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ.

        ຕາມທ່ານສາດສະດາຈານ Pankaj Jha ແລ້ວ, ຫວຽດນາມ ອາດຈະບັນລຸໄດ້ລະດັບການເຕີບໂຕເສດຖະກິດສູງ ພາຍຫຼັງໂລກລະບາດໂຄວິດ - 19 ຍ້ອນການປັບປຸງດ້ານນິຕິກໍາ ແລະ ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກກວ່າ, ການປະຕິຮູບໂຄງປະກອບ ແລະ ບັນດາມາດຕະການຊຸກຍູ້ການຄ້າ,  ຄ່າແຮງງານຕໍ່າຢູ່ຂອງຫວຽດນາມ ພ້ອມກັບການພັດທະນາຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະສາມາດດຶງດູດບັນດານັກລົງທຶນຕ່າງປະເທດໄດ້. ດັ່ງນັ້ນ, ຫວຽດນາມ ອາດຈະກາຍເປັນແບບຢ່າງທີ່ດີຂອງຊີກໂລກໃຕ້. 

ຕອບກັບ

ຂ່າວ/ບົດ​ອື່ນ